ຄວາມຕ້ອງການສີມືແຮງງານ ທັງພາຍໃນ ແລະ ຕ່າງປະເທດ ແມ່ນມີຫຼາຍ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຄວາມຕ້ອງການສີມືແຮງງານ ທັງພາຍໃນ ແລະ ຕ່າງປະເທດ ແມ່ນມີຫຼາຍ!

ພາບໂດຍ: ເພັດສະໄໝ

ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫລາດແຮງງານທັງຢູ່ພາຍໃນ ແລະ ຕ່າງປະເທດ, ທີ່ມີສີມືໃຫ້ເພີ່ມຂື້ນ ທີ່ຖືກຕ້ອງ ແລະ ສອດຄ່ອງກັບອາຊີບ ໃນການໃຊ້ແຮງງານໃຫ້ຖືກຕາມເປົ້າໝາຍ, ໃນວັນທີ 4 ພະຈິກ 2016 ນີ້ ໄດ້ມີ ພິທີມອບ-ອອກ ໃບຢັ້ງຢື່ນ ສີມືແຮງງານ ສາຂາຊ່າງໄຟຟ້າລົດຍົນ ແລະ ສາຂາເຄື່ອງຈັກລົດຍົນ ທີ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ , ພາຍໃຕ້ການເປັນປະທານກ່າວມອບ ແລະ ອອກໃບຢັ້ງຢືນໂດຍ ທ່ານ ຄຳພຽນ ແກ້ວລັງສີ ຮັກສາການແທນ ຫົວໜ້າສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ, ມີຕາງໜ້າຈາກ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກຳມະການທົດສອບສີມືແຮງງານ ແລະ ພາກສວ່ນກຽ່ວຂ້ອງ ເຂົ້າຮ່ວມ.

ປັດຈຸບັນການລົງທຶນໃນຂົງເຂດຕ່າງໆຢູ່ປະເທດເຮົາແມ່ນມີການຂະຫຍາຍນັບມື້ເພີ່ມຂຶ້ນ, ແຕ່ການສະໜອງແຮງງານທີ່ມີສີມື, ມີເຕັກນິກສູງ ແລະ ນາຍຊ່າງທີ່ມີຄວາມ ຊໍານານຍັງບໍ່ທັນພຽງພໍກັບການຂະຫຍາຍຕົວດັ່ງກ່າວ, ອັນເນື່ອງມາຈາກໃນໄລຍະຜ່ານມາການສ້າງແຮງງານສ່ວນຫລາຍແມ່ນໄປຕາມຄວາມມັກຂອງກໍາລັງແຮງງານ,ລະດັບການສຶກສາບໍ່ສູງ, ຂາດຄວາມອົດທົນໃນການອອກແຮງງານ ແລະ ອື່ນໆ.
ສະນັ້ນ ຈິ່ງໄດ້ຈັດການທົດສອບສີມືແຮງງານຂຶື້ໃນ ທຸກໆປີ, ສະເພາະປີນີ້ແມ່ນ ສາຂາຊ່າງໄຟຟ້າລົດຍົນ ແລະ ສາຂາເຄື່ອງຈັກລົດຍົນ ຄັ້ງນີ້ມີຜູ້ເຂົ້າຮ່ວແຂ່ງຂັນຈາກຫລາຍພາກສ່ວນ ເຊັ່ນ:

- ວິດທະຍາໄລການຊ່າງປາກປາສັກ.
- ການຊ່າງລາວເຢຍລຳມັນ.
- ບໍລິສັດລາວໂຕໂຍຕ້າ.
- ສະຖາບັນພັດທະນາສີມືແຮງງານລາວ-ເກົາຫລີ.
- ບັນດາອູ່ສ້ອມແປງ ທົ່ວໄປ. ຜູ້ເຂົ້າຮ່ວມແຂ່ງຂັນ ທັງໝົດ ຈຳນວນ 50 ຄົນ.
ທ່ານ ຄຳພຽນ ແກ້ວລັງສີ ໄດ້ກ່າວຕື່ມອີກວ່າ: ຈຸດປະສົງ ແລະ ເປົ້າໝາຍຫລັກໃນການແຂ່ງຂັນໃນຄັ້ງນີ້ ກໍ່ເພື່ອ ສ້າງຄວາມອາດສາມາດໃຫ້ແຮງງານລາວເຮົາ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານສີມືແຮງງານ ເຊິງມັນສະແດງອອກເຖິງ ການຢັ້ງຢືນຜ່ານການທົດສອບສີມືແຮງງານມາແລ້ວ ແລະສາມານຳໃຊ້ໃບຢັ້ງຢືນ ເພື່ອປະກອບອາຊີບ, ເພື່ອຍົກລະດັບຄວາມຮູ້ຄວາມສາມາດ , ຍົກລະດັບເງິນເດືອນຂອງຕົນເອງ ແລະ ຄຸນນະພາບການຜະລິດສ້ອມແປງຕ່າງໆ.

ແລະ ທ່ານໃດຫາກມີຄວາມສົນໃຈຍາກມີທົດສອບສີມືແຮງງານ ກໍສາມາດມາພົວພັນ ແລະ ສອບຖາມໄດ້ທີ: ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ, ຕັ້ງຢູ່ບ້ານຄຳຮຸ່ງ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ຕິດຕໍ່ພົວພັນໃນໂມງລັດຖະການ ໂທລະສັບ: 021 711179, ແຟ໋ກ: 021 711181.
( ເພັດສະໄໝ )

Post Bottom Ad