ໂປຣສຊາ ມອບລົດຕຸກໆໄຟຟ້າ ເພື່ອທົດລອງແລ່ນຢູ່ເມືອງປາກເຊ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ໂປຣສຊາ ມອບລົດຕຸກໆໄຟຟ້າ ເພື່ອທົດລອງແລ່ນຢູ່ເມືອງປາກເຊ



ໂປຣສຊາ ມອບລົດຕຸກໆໄຟຟ້າເພື່ອທົດລອງແລ່ນຢູ່ເມືອງປາກເຊ
----------------------------------------------
ບໍລິສັດ ໂປຣສຊາ ຊື່ເທລະນິຊິ ແຫ່ງປະເທດຍີ່ປຸ່ນ ໄດ້ມອບລົດຕຸກໆ ທີ່ແລ່ນດ້ວຍລະບົບໄຟຟ້າ ຈໍານວນ 6 ຄັນ ໃຫ້ແກ່ພະແນກໂຍທາທິການ ແລະ ຂົນສົ່ງ(ຍທຂ)ແຂວງຈໍາປາສັກ ເພື່ອທົດລອງແລ່ນບໍລິການໃນເທສະບານເມືອງປາກເຊ.

ພິທີມອບລົດຕຸກໆໄຟຟ້າຄັ້ງນີ້ ຈັດຂຶ້ນໃນວັນທີ 6 ຕຸລາ 2016 ຢູ່ເດີ່ນສະຖານີບໍລິສັດຂົນສົ່ງໂດຍສານ ແສງຈະເລີນ ເມືອງປາກເຊ ໃນໂອກາດກ່າວມອບ ທ່ານ ຣຽວ ເຕລານິຊິ ຕາງໜ້າບໍລິສັດ ໂປຣສຊາ ຊື່ເທລະນິຊິ ກ່າວວ່າ: ປັດຈຸບັນນີ້ບໍລິສັດຂອງພວກເຮົາ ດໍາເນີນການຜະລິດລົດຕຸກໆແລ່ນດ້ວຍໄຟຟ້າ ຢູ່ປະເທດຟີລິບປິນ ແລະ ຮູ້ສຶກດີໃຈຫຼາຍທີ່ໄດ້ເອົາລົດຕຸກໆທີ່ບໍລິສັດພວກເຮົາຜະລິດ ມາທົດລອງແລ່ນຢູ່ເມືອງປາກເຊ ແຂວງຈໍາປາສັກ ສປປ ລາວ, ເພາະປະເທດລາວມີຄວາມອຸດົມສົມບູນ, ມີແຫຼ່ງຜະລິດພະລັງງານໄຟຟ້າຢ່າງຫຼວງຫຼາຍ ຈົນຖືກຂະໜານນາມວ່າ “ ໝໍ້ໄຟແຫ່ງອາຊຽນ ”. ຍ້ອນແນວນັ້ນບໍລິສັດພວກເຮົາຈິ່ງເຫັນວ່າບໍ່ມີປະເທດໃດທີ່ຈະເໝາະສົມກ່ວາປະເທດລາວ ເພາະໃນຕໍ່ໜ້າ ສປປ ລາວ ກໍ່ຄືປະຊາຊົນລາວ ໂດຍສະເພາະຜູ້ທີ່ດໍາລົງຊີວິດຢູ່ໃນຕົວເມືອງ ຈະຫັນປ່ຽນມານໍາໃຊ້ລົດໄຟຟ້າ ຫຼາຍກ່ວາລົດທີ່ແລ່ນດ້ວຍນໍ້າ.

ໃນໂອກາດກ່າວຮັບ ທ່ານ ສະແຫວງ ພູນສະຫວັດ ຮອງຫົວໜ້າພະແນກ ຍທຂ ແຂວງ ມີຄໍາເຫັນວ່າ: ຂ້າພະເຈົ້າໃນນາມຕາງໜ້າໃຫ້ຄະນະພັກ-ອໍານາດການປົກແຂວງ ກໍ່ຄືຕາງໜ້າໃຫ້ພະແນກ ຍທຂ ແຂວງ ແລະ ໃນນາມສ່ວນຕົວ ຮູ້ສຶກເປັນກຽດ ແລະ ພາກພູມໃຈຫຼາຍ ທີ່ບໍລິສັດ ໂປຣສຊາ ເລືອກເອົາເເຂວງຈໍາປາສັກພວກຂ້າພະເຈົ້າເປັນບ່ອນແລ່ນທົດລອງນໍາໃຊ້ລົດຕຸກໆທີ່ແລ່ນດ້ວຍໄຟຟ້າ ແລະ ຂ້າພະເຈົ້າຂໍຢືນຢັນວ່າ ຈະເອົາໃຈໃສ່ຊີ້ນໍາ-ນໍາພາໃນການຄຸ້ມຄອງ ແລະ ນໍາໃຊ້ໃຫ້ເກີດຜົນປະໂຫຍດສູງສຸດແກ່ສັງຄົມ ກໍ່ຄືປະຊາຊົນ. ຈາກນັ້ນ ທ່ານ ສະແຫວງ ພູນສະຫວັດ ກໍ່ໄດ້ກ່າວມອບລົດຕຸກໆ ໃຫ້ແກ່ສະມາຄົມລົດໂດຍສານເມືອງປາກເຊ ເພື່ອນໍາເອົາລົດຕຸກໆຈໍານວນດັ່ງກ່າວ ນໍາໄປທົດລອງແລ່ນບໍລິການຢູ່ໃນເທສະບານເມືອງປາກເຊ.

ການແລ່ນທົດລອງລົດຕຸກໆທີ່ແລ່ນດ້ວຍໄຟຟ້າດັ່ງກ່າວ ແມ່ນມີກໍານົດ 6 ເດືອນ ໂດຍເລີ່ມແຕ່ວັນທີ 6 ຕຸລາ 2016 ຈົນເຖິງວັນທີ 6 ມີນາ 2017. ຈາກນັ້ນຄະນະຮັບຜິດຊອບຈິ່ງຈະສະຫຼຸບລາຍງານຜົນຂອງການທົດລອງ ໃຫ້ຄະນະພັກ-ຂັ້ນເທິງ ແລະ ບໍລິສັດ ໄດ້ຮັບຊາບ. ພາຍຫຼັງສໍາເລັດແລ້ວ ບໍລິສັດ ໂປຣສຊາ ຈິ່ງຈະນໍາເອົາລົດຕຸກໆ ຈໍານວນ 3 ຄັນກັບຄືນເມືອ, ສ່ວນອີກ 3 ຄັນ ຈະມອບໃຫ້ພະແນກ ຍທຂ ເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ຕໍ່ໄປ.

ຂ່າວ-ພາບ: ທູນທອງໃຈ
ຫນັງສືພິມຈຳປາໃໝ່:

Post Bottom Ad