ນາຍົກພົບປະໂອ້ລົມຊາວຫນຸ່ມເຍົາວະຊົນເນື່ອງໃນໂອກາດ ວັນປະກາດ ເອກະລາດ 12 ຕຸລາ ຄົບຮອບ 71 ປີ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ນາຍົກພົບປະໂອ້ລົມຊາວຫນຸ່ມເຍົາວະຊົນເນື່ອງໃນໂອກາດ ວັນປະກາດ ເອກະລາດ 12 ຕຸລາ ຄົບຮອບ 71 ປີ



ນາຍົກພົບປະໂອ້ລົມຊາວຫນຸ່ມເຍົາວະຊົນ

12/10/2016 ທີ່ຫໍປະຊຸມແຫ່ງຊາດ ທ່ານ ທອງລຸນ ສີສຸລິດ,ນາຍົກລັດຖະມົນຕີ ພົບປະໂອ້ລົມຊາວ ໜຸ່ມ - ເຍົາວະຊົນ ໃນໂອກາດວັນປະກາດເອກະລາດ ວັນທີ 12 ຕຸລາ ຄົບຮອບ 71 ເພື່ອຫວນຄືນມູນເຊື້ອວັນສຳຄັນນີ້ໃຫ້ຊາວໜຸ່ມ - ເຍົາວະຊົນຮັບຮູ້ຢ່າງໜັກ ແໜ້ນ ແລະ ທົ່ວເຖິງ ມີຊາວໜຸ່ມຈາກບັນດາກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນເຂົ້າຮ່ວມຮັບຟັງເກືອບ 1.500 ຄົນ. ໂອກາດພົບປະໂອ້ລົມຄັ້ງນີ້ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີໄດ້ທົບທວນຄືນຂະບວນການເຄື່ອນໄຫວຂອງປວງຊົນລາວບັນດາເຜົ່າທີ່ຕິດພັນກັບໄຊຊະນະຂອງການປະ ຕິວັດລາວໃນແຕ່ລະໄລຍະ ທີ່ມີກໍາລັງຊາວໜຸ່ມເປັນກໍາລັງຫລັກ ໂດຍສະເພາະໃນຂະບວນການເຄື່ອນໄຫວໃນວັນປະກາດເອກະລາດ ວັນທີ 12 ຕຸລາ ປີ 1945, ພາຍໄຕ້ການນຳ ພາຂອງພັກ ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ໂດຍມີຊາວໜຸ່ມເປັນກຳລັງແຮງໄດ້ເຮັດໃຫ້ຂະບວນການຕໍ່ສູ້ປົດປ່ອຍຊາດປົດປ່ອຍປະຊາຊົນອອກຈາກແອກຄອບຄອງຂອງພວກລ່າເມືອງຂື້ນແບບເກົ່າແລະໃໝ່, ບັນດານັກຮົບຊາວໜຸ່ມໄດ້ເສຍສະຫລະຊີວິດອຸທິດເລືອດເນື້ອດ້ວຍນ້ຳໃຈຕໍ່ສູ້ອັນພິລະອາດຫານ ແລະ ຄວາມເສຍສະຫລະອັນສູງສົ່ງຈົນເຮັດໃຫ້ສາມາດຍາດເອົາເອກະລາດໃນ ເດືອນຕຸລາ ປີ 1945, ແປວໄຟປະຕິວັດໄດ້ເຝິກຝົນຫລໍ່ຫລອມກໍາລັງຊາວໜຸ່ມໃຫ້ກາຍເປັນກໍາລັງທີ່ເຂັ້ມແຂງ ສົມເປັນນົກອິນຊີແຫ່ງຍຸກສະໄໝ; ພັກຖືເອົາຊາວໜຸ່ມເປັນແຂນຂວາເປັນກໍາລັງຫລັກໃນພາລະກິດຕໍ່ສູ້ກູ້ຊາດສ້າງສາ ແລະພັດ ທະນາປະເທດຊາດ.





ໃນຕອນທ້າຍ ທ່ານນາຍົກລັດຖະມົນຕີຍັງໄດ້ຢໍ້າວ່າຊາວໜຸ່ມໃນຍຸກໄໝ່ຕ້ອງມີສະຕິປັນຍາ ຕ້ອງຮູ້ຈັກເຊື່ອມໂຍງ ຕ້ອງຮູ້ຈັກທ່າແຮງຂອງປະເທດ ເພື່ອພັດທະນາປະເທດຊາພັດທະນາສັງຄົມ, ເອົາໃຈໃສ່ຄົ້ນຄ້ວາຮ່ຳຮຽນສະແຫວງຫາຄວາມຮູ້, ຄວາມກ້າວໜ້າ, ເຂົ້າຮ່ວມຂະບວນການຕ້ານບັນດາປະກົດການຫຍໍ້ທໍ້ໃນສັງຄົມໃຫ້ ເນື່ອງຈາກຊາວໜຸ່ມເປັນກຳ ລັງແຮງປະຈັນບານຂອງພັກ,ເປັນກຳລັງຕົ້ນຕໍຂອງຊາດທັງໃນປະຈຸບັນ ແລະ ອານາຄົດ ຕ້ອງສືບຕໍ່ເດັດດ່ຽວ ແລະ ບຸກບືນປະຕິບັດພາລະໜ້າທີ່ທີ່ພັກ ແລະ ລັດຖະບານມອບໜາຍໃຫ້ ແນໃສ່ສືບທອດພາລະກໍາປະຫວັດສາດອັນລໍ້າຄ່າທີ່ບັນພະບູລຸດໄດ້ສ້າງໄວ້.

ຂ່າວ ແລະຮູບພາບ ໂດຍ: ນ ຈັນທະສອນ ສີຫານາດ

Post Bottom Ad