ອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ໄດ້ຮັບການແຕ່ງຕັ້ງ ເປັນຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາຄົນໃໝ່ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ໄດ້ຮັບການແຕ່ງຕັ້ງ ເປັນຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາຄົນໃໝ່

ທ່ານ​ ຮສ.ປອ ຄຳ​ຜາຍ ສີສະ​ຫວັນ ອະທິການ​ບໍດີ​ ມະຫາ​ວິທະຍາ​​ໄລ ສຸພາ​ນຸວົງ ​ແຂວງຫຼວງ​ພະບາງ



ອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ໄດ້ຮັບການແຕ່ງຕັ້ງ ເປັນຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາຄົນໃໝ່
-------------------------------------------
ໃນວັນທີ 6 ຕຸລາ 2016 ທີ່ຜ່ານມານີ້ ທີ່ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາແຫ່ງຊາດ (ສວສ) ໄດ້ມີພິທີປະກາດແຕ່ງຕັ້ງ ທ່ານ​ ຮສ.ປອ ຄຳ​ຜາຍ ສີສະ​ຫວັນ ອະທິການ​ບໍດີ​ ມະຫາ​ວິທະຍາ​​ໄລ ສຸພາ​ນຸວົງ ​ແຂວງຫຼວງ​ພະບາງ ໃຫ້ເປັນ​ຮອງ​ລັດຖະມົນຕີ ກະຊວງ​ສຶກສາ​ທິການ ​ແລະ ກິລາ (ສສກ)ຄົນ​ໃໝ່ ພາຍໃຕ້ການເປັນປະທານຂອງທ່ານ ນ. ແສງເດືອນ ຫຼ້າຈັນທະບູນ, ກໍາມະການສູນກາງພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາທ່ານຮອງ​ລັດຖະມົນຕີ, ຫົວໜ້າ-ຮອງ​ຫົວໜ້າ​ຫ້ອງການ, ຫົວໜ້າ-ຮອງຫົວໜ້າ​ກົມ, ອະທິການ​ບໍດີ​ ມະຫາວິທະຍາ​ໄລ​ ສຸພາ​ນຸວົງ ​ແຂວງຫຼວງພະ​ບາງ​, ສູນ ແລະ ສະ​ຖາ​ບັນການ​ສຶກສາ​ອ້ອມ​ຂ້າງ​ກະຊວງສສກ, ພ້ອມ​ດ້ວຍ​ບັນດາ​ພະນັກງານຈາກ​ພາກສ່ວນ​ຕ່າງໆ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ​ ຮສ.ປອ ຄຳ​ຜາຍ ສີສະ​ຫວັນ ອະທິການ​ບໍດີ​ ມະຫາ​ວິທະຍາ​​ໄລ ສຸພາ​ນຸວົງ ​ແຂວງຫຼວງ​ພະບາງ
(ຄົນທີ 4 ນັບຈາກຊ້າຍຫາຂວາ)
ໂອກາດ​ດັ່ງກ່າວ, ທ່ານ ນາງ ​ແສງ​ເດືອນ ຫຼ້າ​ຈັນທະ​ບູນ ​ໄດ້​ກ່າວ​ໃຫ້​ຮູ້​ວ່າ: ການ​ປະກາດ​ແຕ່ງ​ຕັ້ງ​ ຮອງ​ລັດຖະມົນຕີ ກະຊວງສຶກສາ​ທິການ ​ແລະ ກິລາ ຄົນ​ໃໝ່ໃນ​ຄັ້ງ​ນີ້, ກໍ່​ເພື່ອ​ເປັນ​ການຮັກສາ​ມູນ​ເຊື້ອ​ຄວາມ​ເຊື່ອ​ຖື​ຈາກ​ພະນັກງານ​ການ​ນຳໃນ​ທົ່ວ​ຂະ​ແໜງການ​ສຶກສາທິການ ແລະ ກິລາ​ ແລະ ​​ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ວຽກ​ງານ​ຢູ່​ໃນ​ກະຊວງ​ສຶກສາ​ທິການ ​ແລະ ກິລາ,ໂດຍອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ລັດຖະບານ​ແຫ່ງ ສປປ ລາວ ​ແລະ ອີງ​ຕາມ​ຂໍ້​ຕົກລົງ​​ເຫັນ​ດີ​ໃນ​ກອງ​ປະຊຸມ​ກົມ​ການ​ເມືອງ​ສູນ​ກາງ​ພັກ,​ເຊິ່ງ​ໄດ້​ແຕ່ງ​ຕັ້ງ ທ່ານ​ ຮສ.ປອ ຄຳ​ຜາຍ ສີສະ​ຫວັນ ອະທິການ​ບໍດີ​ ມະຫາ​ວິທະຍາ​​ໄລ ສຸພາ​ນຸວົງ ​ແຂວງຫຼວງ​ພະ​ບາງ ​ເປັນ​ຮອງ​ລັດຖະມົນຕີ ກະຊວງ​ສຶກສາ​ທິການ ​ແລະ ກິລາຄົນ​ໃໝ່, ​ໂດຍ​ໃນ​ໄລຍະຜ່ານ​ມາທ່ານ​​ໄດ້ມີ​ຜົນງານ​ທີ່​ພົ້ນ​ເດັ່ນ​ໃນ​ການຈັດ​ຕັ້ງ​ປະຕິບັດວຽກ​ງານ​ໃນ​ຂະ​ແໜງ​ການ​ສຶກສາ-ກິລາ. ຄ່ຽງຄູ​ກັນ​ນັ້ນ, ​​ໃນ​ໄລຍະ 10 ກວ່າ​ປີຜ່ານ​ມາທ່ານ​ໄດ້​ມີ​ຜົນງານ​ໃນ​ການ​ພັດທະນາວຽກ​ງານ​ການ​ສຶກສາ ​ແລະ ວຽກ​ງານ​ອື່ນໆຢູ່​ໃນ​ມະຫາວິທະຍາ​ໄລ​ດັ່ງກ່າວ. ໃນ​ນັ້ນ, ທ່ານໄດ້ສ້າງ​​​ພັດທະນາຊັບພະຍາກອນ​ມະນຸດ ແລະ ບຸ​ກຄະລາ​ກອນ​ໃຫ້​ຫຼາຍ​ຂຶ້ນ ດ້ວຍ​ການ​​ບຸກໜ້າ​ບືນ​ຕົວ, ການ​ຮັກສາ​ໄດ້​ມູນ​ເຊື້ອ​ປະຕິວັດ, ມູນ​ເຊື້ອຄວາມ​ອົດທົນດຸ​ໝັ່ນ​ພາກ​ພຽນ ​ແລະ ຂະ​ຫຍັນ​ຮໍ່​າຮຽນ.

ສະນັ້ນ, ຈຶ່ງ​ຖືກ​ຄັດ​ເລືອກ​ຈາກ​ມະຫາຊົນ ​ແລະ ການຈັດ​ຕັ້ງ​ພາກ​ລັດ ​ເພື່ອ​ມາ​ຕຳ​ລົງ​ແໜ່​ງ​ໃໝ່​​ເປັນ​ການ​ນຳ​ຂັ້ນ​ສູງ​ຂອງ​ຂະ​ແໜງ​ການ​ສຶກສາ ​ແລະ ກິລານອກຈາກ​ນັ້ນທ່ານ ຮສ.ປອ ຄຳ​ຜາຍ ສີສະ​ຫວັນ ຍັງ​ເປັນ​ຜູ້​ໜຶ່ງ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ສູງ, ມັກ​ຄົ້ນຄວ້າ​ຮໍ່າຮຽນ​ທາງ​ດ້ານ​ວິທະຍາສາດ​ວິທະຍາ​ການ, ຮູ້​ພາສາ​ຕ່າງປະ​ເທດ ຫຼາຍພາສາ ແລະ ​ເປັນ​ບຸກຄົນ​ສຳຄັນ​ຜູ້​ໜຶ່ງ​ທີ່​ຈະ​ມາ​ຊ່ວຍ​ພັດທະນາການ​ສຶກສາ​ໃຫ້​ມີ​ຄຸນນະພາບ​ສູງ​ຂຶ້ນ​ກວ່າ​​ເກົ່າ.ພ້ອມ​ດຽວ​ກັນ​ນັ້ນ, ທ່ານ​ລັດຖະມົນຕີ ກະຊວງ​ສຶກສາ​ທິການ ​ແລະ ກິລາ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ທຸກ​ພາກສ່ວນ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ຈົ່ງ​ພ້ອມ​ກັນ​ໃຫ້​ຄວາມ​ຮ່ວມ​ມື ​ເພື່ອ​ປຶກສາ​ຫາລືປະສານ​ສົມທົບ​ກັບ​ທ່ານ ​ແລະ ​ເຮັດວຽກ​ງານ​ຮ່ວມ​ກັນ​ຢ່າງ​ມີ​ຜົນສຳ​ເລັດ.

ຂ່າວຈາກ: ກະຊວງສຶກສາທິການ ແລະ ກິລາ.

Post Bottom Ad