ເຈົ້າແຂວງອັດຕະປື ລົງໂອ້ລົມ ນັກຮຽນ ມສ ຈັນທາ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເຈົ້າແຂວງອັດຕະປື ລົງໂອ້ລົມ ນັກຮຽນ ມສ ຈັນທາ


ທ່ານເຈົ້າແຂວງ ອັດຕະປື ເຄື່ອນໄຫວຢຽ້ມຢາມ ໂຮງຮຽນ ມສ ຈັນທາ
-------------
ອາທິດທີ່ຜ່ານມານີ້ ທ່ານ ນາມ ວິຍະເກດ ກຳມະການ ສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ອັດຕະປື ພ້ອມດ້ວຍຄະນະພະນັກງານຜູ້ຕິດຕາມຈຳນວນໜຶ່ງ, ແລະ ທ່ານ ຄຳພູນ ແກ້ວມາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລົງເຄື່ອນໄຫວຍ້ຽມຢາມ ໂຮງຮຽນ ມສ ຈັນທາ ເມືອງ ສາມັກຄີໄຊ, ແຂວງ ອັດຕະປື ຢ່າງເປັນທາງການ, ໂດຍການເປັນກຽດ ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ຂອງ ທ່ານ ພູທິດ ສີນລະປະ ຜູ້ອຳນວຍການໂຮງຮຽນ ມສ ດັ່ງກ່າວ ພ້ອມດ້ວຍຄະນະ ແລະ ຄູ-ອາຈານ ຕະຫລອດຮອດນ້ອງໆນັກຮຽນ ພາຍໃນໂຮງຮຽນເຂົ້າຮ່ວມ, ຊຶ່ງພິທີ ດັ່ງກ່າວຈັດຂື້ນທີ່ ຫ້ອງປະຊຸມ ສູນໄອທີ ພະແນກສຶກສາ ທິການ ແລະ ກິລາແຂວງ.

ການ ລົງມາເຄື່ອນໄຫວຢ້ຽມຢາມ ຂອງທ່ານ ປອ ນາມ ວິຍະເກດ ຄັ້ງນີ້ ເພື່ອເປັນຊຸກຍູ້-ສົ່ງເສີມ ວຽກງານສຶກຂອງໂຮງຮຽນ.ກໍ່ຄືຂອງແຂວງໃຫ້ມີການພັດທະນາ ໂດຍມີການຫັນທິດໄປຕາມຍົກສະໄໝ ຢ່າງມີວິທະຍາສາດ, ປບັປຸງ ແລະ ປ່ຽນແປງ ແນວຄິດຈິນຕະນາການແບບ ເກົ່າ ທີ່ລ້າຫລັງ, ແນວຄິດເອື່ອຍອິງ,ຫລີດກລຽງການເຮັດວຽກແບບນ້ຳລູບຫົວເປັດ, ທັງນີ້ແມ່ນເລັງໃສ່ ເພື່ອຮັບປະກັນ ເຮັດໃຫ້ຄຸນນະພາບການສຶກສາ ໃນທ້ອງຖິ່ງຍັບເຂົ້າໃກ້ໝໍກັບອະນຸພາກພື້ນ ແລະ ສາກົນໄປເທື່ອລະກ້າວ.
ໃນໂອກາດດັ່ງ ທ່ານ ໄດ້ຊີ້ແຈງຫລາຍບັນຫາຢ່າງຈະແຈ້ງ ຕໍ່ກັບການພັດທະນາ ເສດຖະກິດສັງ ຄົມຂອງຊາດ ບໍ່ວ່າໃນອະດີດກໍ່ຄືປັດຈຸບັນ ແມ່ນ ສຶກສາເປັນປັດໃຈຕັດສີນອັນຕົ້ນຕໍ ແລະ ເປັນລູກກຸນແຈສຳຄັນ ທີ່ຈະນຳພາປະເທດຊາດ ໃຫ້ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ກ້າວໄປສູ່ຄວາມຮຸ່ງເຮືອງສີວິໄລ, ຕໍ່ບັນຫາດັ່ງກ່າວ ຄູ ແມ່ນ ບຸກຄະລາກອນທີ່ສຳຄັນທີ່ສຸດ ໃນການພັດທະນາ ເດັກນັກຮຽນ ໃຫ້ກາຍເປັນນັກຮຽນດີ-ຮຽນເກັ່ງ ເຮັດໃຫ້ການສຶກສາ ມີຄຸນນະພາບສູງຂື້ນ, ແຕ່ໃນນັ້ນ ຄູຕ້ອງເປັນຄົນເກັ່ງ ຄືຕ້ອງມີຄວາມຫ້າວຫັນ, ສະດຸງໄວ ເອົາໃຈໃສ່ ຕໍ່ການປັບປຸງ, ພັດທະນາ ຄວາມຮູ້, ຄວາມສາມດ ບໍ່ສະເພາະແຕ່ ດ້ານວິຊາສະເພາະ ໃນຕຳລາຮຽນເທົ່ານັ້ນ ຄູຍັງຕ້ອງໄດ້ຮອບຮູ້ໃນຫລາຍດ້ານຢ່າງກ້ວາງຂວາງ ແລະ ຫັນປ່ຽນແນວຄິດຈິນຕະນາການໄປສູ່ ແບບວິທະຍາສາດ ທັນສະໃໝ ເພື່ອເຮັດໃຫ້ການສິດສອນ ເປັນສິງທີ່ໜ້າສົນຂອງນັກຮຽນຢູ່ຕະຫລອເວລາ; ສຳລັບນັກຮຽນກໍ່ຕ້ອງໄດ້ ເຂົ້າໃຈໃຫ້ຖືກຕ້ອງຢ່າງຈະແຈ້ງວ່າ: ການຮຽນ ແມ່ນເພື່ອຕົນເອງ, ຮັບໃຊ້ຕົນເອງ ເພື່ອປະກອບການຫາລ້ຽງຊີບຕົນເອງໃນອະນາຄົດ.

ພ້ອມນີ້ ທ່ານ ຍັງເນັ້ນໃຫ້ ຄະນະບໍລິຫານການສຶກສາ ແລະ ຄູ ອາຈານພາຍໃນໂຮງຮຽນ ຖືກເອົາການສ້າງສິ່ງແວດລ້ອມທີ່ດີພາຍໃນໂຮງຮຽນ ໃຫ້ເປັນບ່ອນທີ່ຈັບອົກຈັບໃຈໃຫ້ແກ່ຜູ້ຮຽນ ໂດຍສະເພາະ ແມ່ນ ຫ້ອງນ້ຳ ເປັນອັນດັບ1.

ໃນໂອກາດດຽວກັນທ່ານ ນາມ ວິຍະເກດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານອັນໃຫຍ່ຫລວງຫລາຍດ້ານ ຂອງຄະນະນຳ ແລະ ຄູອາຈານພາຍໃນໂຮງຮຽນ ທີ່ໄດ້ ທຸ້ມເທ ສຸມທຸກສະຕິປັນຍາ ປະກອນສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາ ກໍ່ປັດຈຸບັນ ແລະ ອະນາຄົດ ແລະ ພ້ອມນີ້ ທ່ານຍັງໄດ້ ຕາງໜ້າໃຫ້ແກ່ຄະນະການນຳທຸກຂັ້ນ ອ່ວຍພອນໄຊອັນປະເສີດ ໃຫ້ແກ່ຄູ-ອາຈານ ໃນໂອກາດວັນຄູແຫ່ງຊາດ ທີ 7 ຕຸລາ 2016 ຄົບຮອບ 22 ປີ ຢ່າງມີໄຊ.

ພາບແລະຂ່າວ: ສກຂ ອັດຕະປື

Post Bottom Ad