ສານສະແດງ ຄວາມເສົ້າສະຫລົດໃຈ ຕໍ່ການສະຫວັນນະຄົດ ຂອງເຈົ້າຊີວິດ ພູມີພົນ ອະດູນຍະເດດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສານສະແດງ ຄວາມເສົ້າສະຫລົດໃຈ ຕໍ່ການສະຫວັນນະຄົດ ຂອງເຈົ້າຊີວິດ ພູມີພົນ ອະດູນຍະເດດ


ຂປລ: ໃນ​ວັນ​ທີ 13 ຕຸລາ​ນີ້ ທ່ານ ບຸນ​ຍັງ ວໍ​ລະ​ຈິດ ປະທານ​ປະ​ເທດ​ ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ສົ່ງ​ສານ​ສະ​ແດງ​ ຄວາມ​ເສົ້າ​ສະຫລົດ​ໃຈ ​ເຖິງ ​ສົມ​ເດັດພະນາງ ​ເຈົ້າ​ສິຣິກິດ ພະ​ບໍຣົມ ຣາຊະນີ​ນາດ ສົມ​ເດັດ​ພະ​ບໍຣົມ ​ໂອຣະສາທິລາດ ສະຫຍາມ​ມະ​ກຸດຣາຊະ​ກຸ​ມານ ​ແຫ່ງ ຣາຊະ​ອານາຈັກ​ໄທ ຕໍ່​ການ​ສະຫວັນ​ນະ​ຄົດ ຂອງ​ເຈົ້າ​ຊີວິດ ​ພູມີ​ພົນ​ອະ​ດຸນຍະ​ເດດ.

​ເນື້ອ​ໃນ​ສານ​ລະບຸ​ວ່າ: ຂ້າ​ພະ​ເຈົ້າ​ຮູ້ສຶກ​ໂສກ​ເສົ້າ​ ເສຍ​ໃຈ​ຢ່າງ​ສຸດ​ຊຶ້ງ ທີ່​ໄດ້​ຊາບ​ຂ່າວ ​ກ່ຽວກັບການ​ສິ້ນ​ພະຊົນ​ ຂອງ​ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ ພູມີ​ພົນອະດຸນ​ຍະ​ເດດ ​ແຫ່ງ ຣາຊະ​ອານາຈັກ​ໄທ ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 13 ຕຸລາ 2016.

ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ ພູມີ​ພົນອະດຸນ​ຍະ​ເດດ ​ເປັນ​ພະຣາຊາ​ທີ່​ມີ​ນ້ຳ​ໃຈ ​ເສຍສະຫລະ​ອັນ​ສູງ​ສົ່ງ ​ແລະ ມີ​ຄຸນງາມຄວາມດີ​ ອັນ​ໃຫຍ່​ຫລວງ ​ອຸທິດ​ໃຫ້​ແກ່​ ປະ​ເທດ​ຊາດ ​ແລະ ປວງ​ຊົນ​ຊາວ​ໄທ ຕະຫລອດ 70 ປີ ຂອງ​ການ​ປົກຄອງ​ ລາດຂອງ​ພະ​ອົງ ອັນ​ໄດ້​ເຮັດ​ໃຫ້​ ພະ​ອົງເປັນ​ທີ່ຮັກ ​ແລະ ​ເຄົາລົບ ​ຂອງ​ປວງ​ຊົນ​ຊາວ​ໄທ ​ທຸກ​ທົ່ວໜ້າ. ນອກ​ນີ້, ພະ​ອົງ​ກໍ​ໄດ້​ມີ ​ບົດບາດ​ສຳຄັນ ​ໃນ​ການ​ປັບປຸງ ​ແລະ ຮັດ​ແໜ້ນ ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະ​ຫວ່າງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ ​ແລະ ຣາຊະ​ອານາຈັກ​ໄທ ຕະຫລອດ​ມາ. ການ​ຈາກ​ໄປ​ຂອງພະ​ອົງ ​ເປັນ​ການ​ສູນ​ເສຍ​ອັນ​ຍິ່ງ​ໃຫຍ່ ສຳລັບ​ ປະຊາຊົນ​ຊາວ​ໄທ​ທັງ​ປວງ. ສຳລັບປະຊາຊົນ​ລາວ ​ແມ່ນ​ໄດ້​ສູນ​ເສຍ​ຍາດມິດ​ ທີ່​ມີຄຸນ​ຄວາມ​ດີ ​ຢ່າງ​ໃຫຍ່​ຫລວງ​ ໃນ​ການ​ປະກອບສ່ວນ ອັນ​ສຳຄັນ​ເຂົ້າ​ໃນ​ ການ​ເສີມ​ສ້າງ ​ແລະ ຮັດ​ແໜ້ນສາຍ​ພົວພັນ ​ມິດຕະພາບ​ອັນ​ດີງາມ ລະຫວ່າງ ສອງ​ປະ​ເທດ ​ແລະ ປະຊາ​ຊົນ​ສອງ​ຊາດ​ລາວ ​ແລະ ​ໄທ ​ໃຫ້​ຂະຫຍາຍຕົວ ​ເປັນ​ກ້າວໆມາ.

ໃນ​ນາມ​ປະຊາຊົນ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ ຂໍ​ສົ່ງ​ຄວາມ​ອາ​ໄລ​ ອັນ​ເລີກ​ເຊິ່ງ ​ແລະ ​ແບ່ງ​ເບົາ​ ຄວາມທຸກ​ໂສກ​ມາ​ຍັງ ສົມ​ເດັດພະ​ຣາຊິນີ, ສົມ​ເດັດ​ອົງ​ມະ​ກູດ ຣາຊະ​ກຸມານ ​ແລະ ພະ​ບໍລົ​ມວົງສາ​ນຸວົງ​ທຸກ​ພະ​ອົງ ພ້ອມ​ດ້ວຍ​ ປະຊາຊົນ​ຊາວ​ໄທ​ທັງ​ປວງ ມານະ​ໂອກາດ​ນີ້​ດ້ວຍ.

ຂໍ​ໃຫ້​ດວງ​ວິນ​ຍານ ຂອງ​ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ ພູມີ​ພົນອະດຸນ​ຍະ​ເດດ ແຫ່ງ ຣາຊະ​ອານາຈັກ​ໄທ ຈົ່ງ​​ໄປ​ສູ່​ຂະ​ຕິສຸກ.

ໃນ​ວັນ​ດຽວ​ກັນນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ ​ກໍໄດ້​ສົ່ງ​ສານ​ສະ​ແດງ​ ຄວາມ​ເສົ້າ​ສະຫລົດ​ໃຈ ​ເຖິງ​ ທ່ານ ພົນ​ເອກ ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ ​ແຫ່ງ ຣາຊະ​ອານາຈັກ​ໄທ ​ແລະ ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ກໍໄດ້​ສົ່ງ​ສານ​ສະ​ແດງ ​ຄວາມ​ເສົ້າ​ສະຫລົດ​ໃຈ ​ເຖິງ​ ທ່ານ ດອນ​ ປຣະມັດ​ວິ​ໄນ ລັດຖະມົນຕີ​ກະຊວງ​ ການ​ຕ່າງປະ​ເທດ ​ແຫ່ງ ຣາຊະ​ອານາຈັກ​ໄທ ຕໍ່​ການ​ສະຫວັນ​ນະ​ຄົດ ຂອງ​ເຈົ້າ​ຊີວິດ​ ພູມີ​ພົນ​ອະ​ດຸນ ຍະ​ເດດ ​ເຊັ່ນ​ດຽວ​ກັນ./.


pra

ภาพจาก www4.dede.go.th
ພະນະທ່ານ ໜູຮັກ ພູມສະຫວັນ, ອະດີດ ປະທານປະເທດ ແຫ່ງ ສປປ ລາວ ແລະ ເຈົ້າຊີວິດ ພູມີພົນ ອາດຸນຍະເດດ ແຫ່ງລາຊະອານາຈັກ ໄທ ພ້ອມກັນ ເປີດນ້ຳໃຊ້ ຂົວມິດຕະພາບ ລາວ-ໄທ ແຫ່ງທີ່ 1

ຈົ້າຊີວິດ ພູມີພົນ ອາດຸນຍະເດດ ແຫ່ງລາຊະອານາຈັກ ໄທ ສະເດັດມາຢ້ຽມຢາມ ໂຮງຮຽນເດັກກ່ຳພ້າ ຫຼັກ 67
ໃນວັນທີ 9 ເມສາ 1994


















Post Bottom Ad