ວອນຜູ້ໃຈບຸນ ຊ່ວຍ ທ້າວແຈ໋ກສັນ ແດ່! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ວອນຜູ້ໃຈບຸນ ຊ່ວຍ ທ້າວແຈ໋ກສັນ ແດ່!


ຮຽນທ່ານຜູ້ໃຈບູນທັງຫຼາຍ.
ຊ່ວຍເຫຼືອ ແລະ ກອບກູ້ເອົາຊີວິດນ້ອງແຈ໋ກສັນ ອາຍຸ 10 ປີດ້ວຍ.
...................................................................................
ທ້າວ ປັດທະວີ ແກ້ວມາລາ ອາຍຸ 10 ປີ (ແຈ໋ກສັນ) ເປັນລູກທ້າວ ໄຊ.ນາງຈັ່ນ ບ້ານ ທ່າມ່ວງ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ອາຊີບພໍ່ແປງລົດຈັກ.ແມ່ເປັນແມ່ເຮືອນດູແລລູກໆ ທ.ປັດທະວີ ຫຼື ນ້ອງແຈ໋ກສັນ ເປັນໂລກຫົວໃຈມາແຕ່ກຳເນິດ (ຫົວໃຈຢູ່ກ້ຳຂວາ) ປັດຈຸບັນລາວເປັນຝີຢູ່ໃນສະໝອງສອງຫົວໄດ້ເຂົ້າຮັກສາຢູ່ໂຮງໝໍບ້ານເຮົາແຕ່ອາການບໍ່ດີຂື້ນຈຶ່ງໄດ້ນຳນ້ອງມາຮັກສາຢູ່ໂຮງໝໍໜອງຄາຍ ( ປະເທດໄທ ) ໝໍໄດ້ຜ່າຕັດດ່ວນໃນວັນທີ.2.10.16.ແຕ່ເອົາອອກໄດ້ຫົວດຽວ ໝໍບອກສະໝອງລາວບວມຫຼາຍ ໜອງກະຫຼາຍ ສ່ວນຫົວທີ່ເຫຼືອໝໍຈະໃຫ້ຢາຂ້າເຊື້ອເອົາ ພໍຮອດວັນທີ 2.10.16.ສະໝອງຕິດເຊື້ອຮຸນແຮງ ການໃຫ້ຢາຂ້າເຊື້ອບໍ່ເປັນຜົນ ໝໍຈຶ່ງຕ້ອງສຽ່ງຜ່າຕັດອີກລອບສອງເພາະບໍ່ມີທາງເລືອກ ການຜ່າຕັດຜ່ານໄປໄດ້ດ້ວຍດີ ໝໍບອກຕ້ອງຢູ້ຫ້ອງ ICU ຕື່ມອີກຈັກອາທິດ ເພາະລາວອ່ອນແຮງຫຼາຍ ຖ້າລາວແຂງແຮງຂື້ນອີກ ແລະບໍ່ມີໄຂ້ຖ້າຫາຍໃຈໄດ້ດ້ວຍຕົວ.ຈຶ່ງຈະໄດ້ຍ້າຍໄປຢູ່ຫ້ອງພັກ ຝື້ນ ແຕ່ຕອນນີ້ຄ່າໃຊ້ຈ່າຍໃນຫ້ອງ ICU ຕົກມື້ໜຶ່ງຄືນໜຶ່ງ 8000 ບາດ ຊື່ງຄ່າຜ່າຕັດສອງຄັ້ງ ຄ່າສະແກນສະໝອງແຕ່ລະຄັ້ງ ຄ່າຫ້ອງ ICU ຄ່າປິ່ນປົວຕ່າງໆຜ່ານມາຕົກຢູ່ ໜຶ່ງແສນສາມມື່ນກ່ວາແລ້ວ ແລະ ຕອນນີ້ທາງຄອບຄົວກໍ່ມີບັນຫາເລື້ອງຄ່າປິ່ນປົວ (ເງິນໝົດ) ແຕ່ນ້ອງແຈ໋ກສັນຈະຕ້ອງໄດ້ປິ່ນປົວຢູ່ໂຮງໝໍອີກປະມານເດືອນເຄິ່ງ ພໍ່ ແລະ ແມ່ນ້ອງແຈ໋ກສັນຈຶ່ງຢາກຈະຂໍຄວາມເມດຕາສົງສານ ນຳທຸກໆທ່ານທີ່ໃຈບູນໃຫ້ຄວາມຊ່ວຍເຫຼືອໃນຄ່າປິ່ນປົວ.ຂອງນ້ອງແຈ໋ກສັນດ້ວຍເຖີ້ນ
.........................................................................................
ທ່ານສາມາດສອບຖາມຂໍມູນເພີ່ມເຕີມນຳຄອບຄົວນ້ອງໄດ້ ຫຼື ຢາກຊ່ວຍເຫຼືອ ເບີໂທຕິດຕໍ່ພໍ່ 020 7760 3422 ແມ່ 020 5528 1642.ແມ່.
ເລກບັນຊີ ທ້າວ ສຸລະໄຊ ແກ້ວມາລາ ( ພໍ່ນ້ອງແຈກສັນ )
0181​ 2000 1275 6150 01

ເພີ່ມເຕີມ ພົວພັນ ສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ 1624




Post Bottom Ad