ຊົມເຊີຍວັນຄູ ແຂວງວຽງຈັນຍ່າງເພື່ອສຸຂະພາບ 12/10/2016 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຊົມເຊີຍວັນຄູ ແຂວງວຽງຈັນຍ່າງເພື່ອສຸຂະພາບ 12/10/2016


ແຂວງວຽງຈັນຈັດກິດຈະກຳຍ່າງແລະເຕັ້ນເພື່ອສຸຂະພາບຊົມເຊີຍວັນຄູແຫ່ງຊາດ
------------------------------
ຂປລ. ແຂວງວຽງຈັນຈັດກິດຈະກຳຍ່າງແລະເຕັ້ນເພື່ອສຸຂະພາບຊົມເຊີຍວັນທີ7ຕຸລາວັນຄູແຫ່ງຊາດຄົບ ຮອບ22ປີ ນຳໂດຍທ່ານ ນາງ ຈັນແພງ ວິພາວັນ ຄະນະປະຈຳພັກແຂວງ ຫົວໜ້າພະແນກສຶກສາທິການແລະກິລາແຂວງວຽງຈັນ ພ້ອມດ້ວຍບັນດາການນຳຂັ້ນແຂວງ,ຂັ້ນເມືອງ,ພະນັກງານ,ທະຫານ-ຕຳຫຼວດ,ນັກຮຽນ-ນັກສຶກສາທຸກພາກສ່ວນແລະມວນຊົນທົ່ວໄປເມືອງເຂົ້າຮ່ວມເກືອບພັນຄົນ.

ກິດຈະກຳໃນຄັ້ງນີ້ມີການຍ່າງແລະເຕັ້ນເພື່ອສຸຂະພາບ,ໂດຍທຳອິດໃນເວລາ5: 30ນາທີຕອນເຊົ້າໄດ້ມີການເຕົ້າໂຮມພົນຢູ່ທີ່ຈຸດເລິ່ມຕົ້ນຢູ່ຈຸດສົ້ນຂົວນ້ຳງຶ່ມບ້ານເມືອງເກົ່າ ຈາກນັ້ນກໍ່ໄດ້ເຄື່ອນກ້ອນກຳລັງຢ່າງ ເປັນທາງການຍ່າງມຸ່ງໜ້າສູ່ເດີ່ນກິລາວິທະຍາໄລເຕັກນິກແຂວງວຽງຈັນເຊິ່ງເປັນຈຸດເສັ້ນໄຊ,ເມື່ອຮອດຈຸດ ໝາຍແລ້ວກໍ່ໄດ້ມີການພັກຜ່ອນເຊົາແຮງເພື່ອກຽມເຂົ້າສູ່ກິດຈະກຳທີສອງຄືເຕັ້ນເພື່ອສຸຂະພາບ ໂດຍມີວິທະ ຍາກອນຈາກ ຫ້ອງການກິລາ-ກາຍະກຳເປັນຜູ້ນຳພາເຕັ້ນ.

ທ່ານນາງ ຈັນແພງ ວິພາວັນ ຫົວໜ້າພະແນກສຶກສາທິການແລະກິລາແຂວງກ່າວວ່າ:ຈຸດປະສົງໃນການຈັດກິດຈະກຳໃນຄັ້ງນີ້ເປົ້າໝາຍຫຼັກກໍ່ແມ່ນເພື່ອເປັນສ້າງກິດຈະກຳຊົມເຊີຍວັນສຳຄັນຂອງຊາດອີກວັນໜຶ່ງຄືວັນທີ7ຕຸລາວັນຄູແຫ່ງຊາດຄົບຮອບ22ປີໃຫ້ມີຄວາມຟົ້ດຟື້ນແລະມີຄວາມໝາຍຄວາມສຳຄັນແລະອີກດ້ານໜຶ່ງກໍ່ເພື່ອໃຫ້ທຸກຄົນຫັນມາຮັກສຸຂະພາບຂອງຕົນ,ສົນໃຈເລື່ອງການອອກກຳລັງກາຍເພື່ອສຸຂະພາບທີ່ດີມີພາລະນາໄມແຂງແຮງສົມບູນແລະຍັງເປັນການສ້າງຄວາມສາມັກຄີກັນອີກດ້ວຍ.ນອກນີ້ຍັງໃນພິທີມີການມອບ-ຮັບເຄື່ອງກິລາຈາກບໍລິສັດອີໂວ(EVO)ສາຂາແຂວງວຽງຈັນໃນມູນຄ່າ4ລ້ານກວ່າກກີບຕື່ມອີກ, ກິດ ຈະກຳດັງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 12 ຕຸລາ 2016ນີ້.

Post Bottom Ad