ຮັກແທ້ ຂອງ Lin ແລະ Chen - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຮັກແທ້ ຂອງ Lin ແລະ Chen


ນີ້ເປັນເລື່ອງຮັກ ຂອງຄູ່ຮັກທີ່ພິເສດ ທີ່ຈະເຮັດໃຫ້ໃຈທ່ານລະລາຍ

ຄູ່ຮັກທິພິເສດນີ້ ເຈົ້າບ່າວມີລວງສູງພຽງ 90 ຊມ ແລະ ເຈົ້າສາວສູງ 168 ຊມ. ຊິເວົ້າວ່າ ຄົນແຄະ ແຕ່ງງານກັບຜູ້ຍິງທີ່ງົດງາມ ກໍ່ວ່າໄດ້. ແຕ່ນີ້ເປັນສິ່ງສະແດງໃຫ້ເຫັນວ່າ ຄວາມຮັກ ແມ່ນບໍ່ມີສິ່ງໃດ ຈະມາກີດກັ້ນໄດ້.​ ບໍ່ວ່າຄົນເຕ້ຍ ຫຼື ຄົນສູງ ກໍ່ຮັກກັນໄດ້ ແລະ ຮັກແທ້ ກໍ່ຈະເຮັດໃຫ້ສົມຫວັງ.


ຄູ່ຮັກນີ້ ແມ່ນຢູ່ເມືອງ ຈູ, ທາງທິດຕາເວັນອອກຂອງປະເທດຈີນ ເຂດແຂວງ ຊານດົງ. ທັງສອງໄດ້ແຕ່ງງານກັນ 10 ປີຜ່ານມາ ແລະ ໄດ້ຢູ່ຮ່ວມກັນ ສູ້ຊົນຜ່ານຜ່າອຸປະສັກ ຢ່າງອົດທົນ. ດ້ວຍຄວາມຮັກ ແລະ ຄວາມໄວ້ໃຈກັນ


ຜູ້ເປັນສາມີ ຊື່ Chen Guiyu ກ່າວວ່າ,​ ລາວໄດ້ພົບຜົວລາວ Lin Yanhua ຄັ້ງທຳອິດ ຢູ່ລົດແທັກຊີ ໂດຍບັງເອີນ, ແລະ ຕອນນັ້ນ ນາງ Chen ໄດ້ນັ່ງທັບ ທ້າວ Lin ເພາະລາວບໍ່ເຫັນ ເນື່ອງຈາກ ທ້າວ Lin ໂຕນ້ອຍ. 


ສອງປີຕໍ່ມາ ທັງສອງກໍ່ພົບກັນເລື້ອຍໆ ແລະ ມີຄວາມສະໜິດສະໜົມກັນ. ນາງ Chen ກ່າວອີກວ່າ ລາວຮູ້ສຶກປອດໄພ ແລະ ມີຄວາມສຸກ ທີ່ຢູ່ໃກ້ ທ້າວ Lin


ປະຈຸບັນ, ສອງຜົວເມຍ ແມ່ນມີທຸລະກິດເປັນຂອງຕົນເອງ ເປັນຮ້ານສ້ອມແປງນ້ອຍໆ ທີ່ເຮັດຢູ່ເຮືອນຂອງພວກເຂົາເອງ.

ທີ່ມາ: China Plus News

Post Bottom Ad