ຍ້ອນຮອຍເຫດການ 911 ຄົບຮອບ 15 ປີ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຍ້ອນຮອຍເຫດການ 911 ຄົບຮອບ 15 ປີ


ຫຼາຍຄົນຄົງຈື່ໄດ້ກັບຂ່າວສະຫຼົດໃຈ ໃນຕອນເຊົ້າ ວັນ ອັງຄານ ທີ 11 ກັນຍາ 2001, ເຊິ່ງຕອນນັ້ນກໍ່ກົງກັບຕອນແລງ ໃນເວລາໃນເມືອງລາວ. ຈື່ໄດ້ວ່າແອັດມິນເອງ ກໍ່ກຳລັງນັ່ງກິນເຂົ້າແລງ ເປີດໂທລະທັດ ເບິ່ງຂ່າວ ແລະ ໄດ້ເຫັນເຫດການ ການກໍ່ການຮ້າຍ ທີ່ ສະຫະລັດ ອາເມລິກາ ທີຖືກວ່າເປັນຄັ້ງຮ້າຍແຮງ.

ເພາະການກໍ່ການຮ້າຍຄັ້ງນັ້ນ ໄດ້ສ້າງຄວາມເສຍຫາຍ ແກ່ຕຶກແຝດ World Trad Center, The Pentagon, Shanksville, Manhattan. ເປັນການກໍ່ການຮ້າຍທີ່ ວາງແຜນມາຍາວນານ ໂດຍການຈີ້ເອົາຍົນໂດຍສານ ແລະ ເຮັດການຂ້າຕົວຕາຍ ແບບຂ້າຊີວິດຄົນບໍລິສຸດ ທີ່ບໍ່ຮູ້ຫຍັງ ເຖິງ 2,996 ຄົນ ແລະ ບາດເຈັບ 6,000 ກວ່າຄົນ. ສ້າງຄວາມເສຍຫາຍ ປະເມີນຄ່າປະມານ 10 ກວ່າຕື້ ໂດລາສະຫະລັດ ທີ່ເປັນສິ່ງຂອງ  ແລະ ສິ່ງເສຍຫາຍຕ່າງ ນັບບໍ່ຖ້ວນ ຖ້າລວມໝົດ ກໍ່ຕົກເປັນປະມານມູນຄ່າ 3 ພັນຕື້ ໂດລາ.

ການກໍ່ການຮ້າຍຄັ້ງນັ້ນ ຖືວ່າເປັນ ສະນວນສົງຄາມລະຫວ່າງ ຜູ້ກໍ່ການຮ້າຍກຸ່ມ ອາວກາຍດາ ຂອງພວກອິດສະລາມ ຫົວຮຸນແຮງ ກັບປະເທດອາເມລິກາ ແລະ ພັນທະມິດ ກໍ່ວ່າໄດ້.

ຜ່ານມາແລ້ວ 15 ປີ, ແຕ່ເຫດການດັ່ງກ່າວຄົງເປັນເງົາ ຫຼອກຫຼອນຜູ້ຄົນທີ່ ຢູ່ໃນເຫດການ,​ ໂດຍສະເພາະຄອບຄົວຂອງຜູ້ເຄາະຮ້າຍ.

ຊົມຄລິບ

Post Bottom Ad