ແຜນທີ່ເສັ້ນທາງຮັບໃຊ້ ກອງປະຊຸມສຸດຍອດອາຊຽນລະຫວ່າງວັນທີ 6-8 ກັນຍາ 2016 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ແຜນທີ່ເສັ້ນທາງຮັບໃຊ້ ກອງປະຊຸມສຸດຍອດອາຊຽນລະຫວ່າງວັນທີ 6-8 ກັນຍາ 2016

ສີແດງແມ່ນຫ້າມສັນຈອນທຸກປະເພດຕະຫຼອດເວລາ, ສີເຫຼືອງຈະປິດບາງເວລາ

ແຈ້ງການ ປິດເສັ້ນທາງຊົ່ວຄາວ

ໄລຍະຮັບໃຊ້ກອງປະຊຸມສຸດຍອດອາຊຽນ ລະຫວ່າງວັນທີ 6-8 ກັນຍາ 2016 ດັ່ງນີ້
1. ໃຫ້ງົດການສັນຈອນພາຫະນະທຸກປະເພດ ຕາມຖະໜົນແລະເສັ້ນທາງສຳຄັນດັ່ງນີ້.
- ຖະໜົນໄກສອນພົມວິຫານ (ແຕ່ປະຕູໄຊ ຫາ ສີແຍກໄຟອຳນາດ ດົງໂດກ)
- ຖະໜົນ ຈອມມະນີ (ແຕ່ວົງວຽນໂທລະພາບແຫ່ງຊາດ ຫາ ສີແຍກໄຟອຳນາດໜອງໜ່ຽງ

ແຕ່ປະຕູໄຊ ຫາ ສີແຍກໄຟອຳນາດ ດົງໂດກ

ແຕ່ວົງວຽນໂທລະພາບແຫ່ງຊາດ ຫາ ສີແຍກໄຟອຳນາດໜອງໜ່ຽງ


2. ໃຫ້ງົດການສັນຈອນພາຫະນະທຸກປະເພດ ຊົວຄວ (ເປັນບາງເວລາ) ຕາມຖະໜົນດັ່ງນີ້
- ຖະໜົນສຸພານຸວົງ (ແຕ່ສາມແຍກສີໃຄ ຫາ ສີ່ແຍກໄຟອຳນາດສີຫອມຫຼັກ 1)
- ຖະໜົນເສດຖາທິລາດ (ແຕ່ສີ່ແຍກໄຟອຳນາດສີຫອມຫຼັກ 1 ຫາ ສີແຍກໄຟອຳນາດທາດຂາວ)
- ຖະໜົນສາມແສນໄທ (ແຕ່ສີ່ແຍກໄຟອຳນາດທາດຂາວ ຫາ ສາມແຍກສວນເຈົ້າຟ້າງຸ່ມຫຼັກ 2)
- ຖະໜົນເຈົ້າຟ້າງຸ່ມ (ແຕ່ສາມແຍກທາດຂາວ ຫາ ສາມແຍກສຳນັກງານໃຫຍ່ ທະນາຄານການຄ້າຕ່າງປະເທດ ມະຫາຊົນ
- ຖະໜົນລ້ານຊ້າງ (ແຕ່ຫໍຄຳ ຫາ ປະຕູໄຊ)

ເສັ້ນທາງຈະປິດເປັນບາງເວລາ


3. ຫ້າມຈອດພາຫະນະທຸກປະເພດ ຕາມແຄມທາງ,​ທາງຄົນຍ່າງ, ຢ່າງເດັດຂາດ ຕາມເສັ້ນທາງທີ່ລະບຸໄວ້ໃນຂໍ້ 1 ແລະ 2 ຂ້າງເທີງ.
4. ໃນນັກຂັບຂີ່ພາຫະນະທຸກປະເພດ ປະຕິບັດ ຕາມການສັນຍານຂອງເຈົ້າໜ້າທີ່ຕຳຫຼວດຈາລະຈອນ ທີ່ປະຈຳຢູ່ແຕ່ລະຈຸດຕາມເສັ້ນທາງ
5. ມາດຕະການໃນການຈັດຕັ້ງປະຕິບັດມອບໃຫ້ຂະແໜງຄຸ້ມຄອງຂົນສົ່ງພະແນກ ຍທຂ ນະຄອນຫຼວງ , ເຈົ້າໜ້າທີ່ຈາລະຈອນ ທຸກພາກສ່ວນ ໄດ້ເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດ, ເດັດຂາດ.
6. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ຮ່ວມມືໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.
ກະລຸນາ ບອກຕໍ່ໆກັນ


Post Bottom Ad