ແຈ້ງການ: ຜ່າຕັດແກ່ນຕາຂຸ້ນ ຟຣີ! ວັນທີ 11-14 ຕຸລາ 2016 ບອກຕໍ່ໆກັນແດ່! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ແຈ້ງການ: ຜ່າຕັດແກ່ນຕາຂຸ້ນ ຟຣີ! ວັນທີ 11-14 ຕຸລາ 2016 ບອກຕໍ່ໆກັນແດ່!



​ແຈ້ງການດ່ວນ

ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ສາຍຕາ​ໂລກ, ສູນ​ປິ່ນປົວ​ແລະ​ຮັກສາ​ສຸຂະພາບ​ຕາ​ກະຊວງ​ສາທາລະນະ​ສຸກ​ແຈ້ງ​ມາ​ຍັງ​ທ່ານ​ຊາບ​ວ່າ: ​ໃນ​ວັນ​ທີ 11 – 12 ຕຸລາ 2016 ທີ່​ຈະ​ມາ​ເຖິງ​ນີ້, ພວກ​ເຮົາ​ຈະ​ມີ​ການ​ບໍລິການ​ກວດ​ແລະ​ຜ່າຕັດ​ແກ່ນ​ຕາ​ຂຸ້ນ​ໂດຍ​ບໍ່​ໄດ້​ເສຍ​ຄ່າ ​ໃຫ້​ຜູ້​ສູງ​ອາຍຸ​ທີ່​ມີ​ບັນຫາ​ຕາ​ບໍ່​ເຫັນຮຸ່ງ​ແຈ້ງ, ​ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ທີ​ມງານ​ຊ່ຽວຊານ​ຕາ​ນະຄອນ​ຊຽງ​ໄຮ​ແຫ່ງ​ ສປ ຈີນ.
​​
ຜູ້​ເປັນ​ພະຍາດ​ແກ່ນ​ຕາ​ຂຸ້ນລ້ວນ​ແຕ່​ສາມາດ​​ເດີນທາງ​ໄປ​ກວດ​ຢູ່​ສູນ​ປິ່ນປົວ​ແລະຮັກສາ​ສຸຂະພາບ​ຕາ​ຂອງ​ລາວ ທີ່​ບ້ານ​ທົ່ງປົ່ງ​ເມືອງ​ສີ​ໂຄດ​ຕະບອງ​ນະຄອນຫຼວງ​ວຽງ​ຈັນ ໃນ​ວັນ​ທີ 11 - 12 ​​ຕຸລາ​ 2016 ​ແລະ ຜ່າຕັດ​ໃນ​ວັນ​ທີ 13 ຕຸລາ​ 2016,

ນອກ​ນີ້​, ຈີນ​ແລະ​ລາວ​ຍັງຈະ​ຈັດ​ພິທີ​ຟື້ນ​ຟູຄວາມ​ສະຫວ່າງ​ແຫ່ງ​ຕາ​ໃນ​ຕອນ​ເຊົ້າ​ວັນ​ທີ 14 ຕຸລາ​ 2016.

ທ່ານ ​ສາມາດຕິດ​ຕໍ່ຫາ​: Dr. Khamkhoune KHOLANOUPHAP
​ເບີ​​ໂທ: .
021620476;021612474;020 5560 1854

Post Bottom Ad