![]() |
ພາບປະກອບຈາກ: Top10HomeRemedies |
ສູດພອກໜ້າ ເພື່ອລົດຄວາມມັນເທິງໃບໜ້າ ເຮັດໃຫ້ຮູຂຸມຂົນນ້ອຍລົງ, ຜິວໜ້າກ້ຽງ ແລະ ໃສ.
ສ່ວນປະສົມມີ : ໄຂ່ໄກ່ 1 ໜ່ວຍ ( ເອົາແຕ່ໄຂ່ຂາວ ) ນ້ຳໝາກນາວ 1 ບ່ວງ.
- ຊອຍໝາກແຕງເປັນປຽງບາງ ແລ້ວເອົາໄປປັ່ນພ້ອມກັບໄຂ່ຂາວຈາກນັ້ນໃສ່ນ້ຳຫມາກນາວຕາມລົງໄປ ປັ່ນຈົນລະອຽດເປັນເນື້ອດຽວກັນ
- ນຳມາພອກໃຫ້ທົ່ວໃບໜ້າ ເວັ້ນຮອບປາກ ແລະ ດວງຕາ ປະໄວ້ປະມານ 20 ນາທີ ແລ້ວລ້າງໜ້າດ້ວຍນ້ຳສະອາດຫຼືນ້ຳອຸ່ນ
ເຫມາະສຳຫຼັບຜູ້ທີ່ມີຜິວໝອງຄ້ຳ ໜ້າມັນ ຄວນພອກອາທິດລະເທື່ອ ຈະຊ່ວຍລົດຄວາມມັນສ່ວນເກີນ ກະຊັບຮູຂຸມຂົນຜິວໜ້ານຽນໃສ ຢ່າງເປັນທຳມະຊາດ.