ມາຮອດແລ້ວເດີ ມື້ນີ້ ພາມາຮອດ ຜາເງິນ, ເມືອງວັງວຽງ. ຈຸດຊົມວິວ ທີ່ສວຍງາມ ທີ່ທ່ານຕ້ອງໄດ້ມາສຳພັດ ດ້ວຍຕົວທ່ານເອງ.
ຜາເງິນ ເປີດໃຫ້ຊົມ ແຕ່ປີ 2004 ເປັນຕົ້ນມາ ໂດຍເປັນສະຖານທີ່ບຸກເບີກ ໂດຍສອງສ່ຽວ ທີ່ເປັນຊາວບ້ານໂພນເງິນ, ເມືອງວັງວຽງ. ທີ່ທັງສອງ ຕ້ອງການສ້າງແຫຼ່ງທ່ອງທ່ຽວ ແຫ່ງໃໝ່ ໂດຍຍັງຮັກສາໄວ້ ທຳມະຊາດ ແລະ ໄຮ່ນາຮົ້ວສວນ ຂອງພວກເຂົາ. ຈິ່ງພ້ອມໃຈກັນ ບຸກເບີກ ເສັ້ນທາງ ປີນຜາຂຶ້ນຮອດ ຍອດ ເປັນໄລຍະທາງ 1000 ແມັດ.
ສຳລັບຊາວບ້ານໂພນເງິນ ໂດຍສະເພາະເດັກນ້ອຍ, ການຂຶ້ນລົງຜາເງິນ ແມ່ນພວກເຂົາຂຶ້ນທຸກມື້ ແລະ ຂຶ້ນຫຼາຍຮອບ ຈົນຊິນເຄີຍ. ແຕ່ສຳລັບຫຼາຍໆ ທ່ານ ໂດຍສະເພາະຜູ້ທີ່ອາໄສຕາມຕົວເມືອງ ກັບເສັ້ນທາງນີ້ ຕ້ອງບອກໄດ້ວ່າ ເມື່ອຍສົມຄວນ. ຖ້າຈະໄປປີນແທ້ໆ ກໍ່ຕ້ອງກຽມຄວາມພ້ອມ ແລະ ຊ້ອມກັນກ່ອນເດີ. ເຊັ່ນວ່າ ໄປຊ້ອມແລ່ນຊ້ອມຍ່າງຊ້ອມເຕັ້ນ ໃຫ້ຮ່າງກາຍຟິດ ຄັກໆ.
ໃນການໄປປີນຜາເງິນຄັ້ງນີ້, ພວກເຮົາກໍ່ໄດ້ ໄກ້ນຳທ່ຽວ ສາມຄົນ ເປັນເດັກນ້ອຍ ບ້ານດັ່ງກ່າວ. ພວກເຂົາເກັ່ງຫຼາຍ. ແຂງແຮງ ແລະ ຊ່ວຍແນະນຳ ພາພວກເຮົາປີນຈົນຮອດຈຸດໝາຍ.
ໄປຮອດຍອດຜາເງິນແລ້ວ ບອກໄດ້ຄຳດຽວວ່າ ຄວາມເມື່ອຍມັນຫາຍໄປໝົດ ເມື່ອຍໄດ້ຊົມຄວາມງົດງາມ, ວິວທຳມະຊາດ ທີ່...ໂອ໋ຍ! ບໍ່ຊ່າງພັນລະນາເປັນຄຳເວົ້າ. ບອກໄດ້ແຕ່ວ່າ!!! ສຸດຍອດແທ້ໆ.
ເພິ່ນເວົ້າວ່າ ສິບປາກເວົ້າບໍ່ທໍ່ຕາເຫັນ ດັ່ງນັ້ນ, ທີມງານ ມາລະເດີ ຈິ່ງຢາກໃຫ້ທຸກທ່ານ ໄດ້ໄປສຳພັດ ດ້ວຍຕົວທ່ານເອງ.
ຢ່າລືມ ກົດ Like ກົດ Share ເປັນກໍາລັງໃຈໃຫ້ທີມງານແດ່ເດີ
ທີ່ມາ: ມາລະເດີ Malader
ຊົມຄລິບເລີຍ