ເວລາກິນລາບ ກິນກ້ອຍ, ຖ້າບໍ່ກັບ ດອກຂົມກະເດົາ ກະແມ່ນວ່າຂາດອົງປະກອບສຳຄັນ ຂອງອາຫານຈານເດັດ. ບູຮານກ່າວໄວ້ວ່າ "ຫວານເປັນລົມ, ຂົມເປັນຢາ". ເລີຍແວະເອົາຄວາມຮູ້ ທີ່ຂັດສັນ ຈາກປຶ້ມຂອງອາຈານ ກົງເດືອນ ເນດຕະວົງ. ທີ່ໄດ້ສະສົມ ຄວາມຮູ້ພູມປັນຍາ ເປັນປື້ມຊື່ວ່າ ສະໝູນໄພໃກ້ຕົວ . ເຊີນທຸກທ່ານ ໄປຊື້ມາໄວ້ປະດັບຄວາມຮູ້ເດີ ມີວາງຂາຍຕາມຮ້ານຂາຍປຶ້ມທົ່ວໄປ.
ດອກຂົມກະເດົາ ຫຼື ເວົ້າຫຍໍ້ໆ ຂົມກະເດົາ ມີພາສາທາງການວ່າ Azadirachta indiaca var. Siamensi valeton. ລັກສະນະຂອງຕົນກະເດົາ ແມ່ນໄມ້ຢືນຕົ້ນ ມີຄວາມູງປະມານ 5-10 ແມັດ. ຈຸດພິເສດຄື ບໍ່ວ່າຈະແມ່ນສ່ວນໃດຂອງຕົ້ນຂົມກະເດົາ ແມ່ນຈະມີລົດຂົມ ສົມຊື່.
ລຳຕົ້ນແມ່ນຊື່, ມີການແຕກກິ່ງກ້ານດ້ານຂ້າງ, ເປືອກຫຸ້ມຈະເປັນສີນ້ຳຕານ ເຊິ່ງມີລັກສະນະ ແຕກເປັນຮ່ອງເລີກໆ. ໃບກໍ່ແຕກອອກເປັນຄູ່ໆ ຄ້າຍຂົນນົກ ທີ່ລຽງສະຫຼັບກັນ, ຂອບໃບເປັນລັກສະນະຄືແຂ້ວເລື່ອຍ,ຍອດອ່ອນ ຈະເປັນສີນ້ຳຕານແດງ.
ດອກແມ່ນຈະຊໍ່ໆ ທີ່ປາຍກິ່ງຈະອອກດອກ ເມື່ອໃບແກ່ຫຼົ່ນໄປ. ກີບດອກຈະມີີຂາວ ມີກິ່ນຫອມ. ສ່ວນໝາກຂອງມັນຈະເປັນລັກສະນະກົມ ໜ່ວຍນ້ອຍ.
ທ່ານສາມາດທີ່ຈະພົບຕົ້ນຂົມກະເດົາ ຕາມປ່າດົງ,ຕາມໄຮ່ນາຮົ້ວສວນ ແລະ ແຄມບ້ານທົ່ວໄປ ເພາະປູກງ່າຍ ແລະ ທົນດີ.
ຊັບພະຄຸນແມ່ນໃຊ້ໄດ້ຕັ່ງແດ່ ຍອດໃບອ່ອນ, ດອກຈູບ, ເປືອກໃບ ແລະ ເມັດແກ່, ກ້ານ, ໃບ ແລະ ດອກ.
ຄຸນປະໂຫຍດທາງດ້ານຢາພື້ນເມືອງ ແມ່ນມີດັ່ງນີ້
ດອກຈູມ: ເປັນຢາຈະເລີນອາຫານ ບຳລຸງທາດ, ເປັນຢາຂົມ
ເປືອກ: ແກ້ໄຂ້ຍຸງ-ມາເລເລຍ, ແກ້ທ້ອງບິດ
ໃບແລະເມັດແກ່: ໃຊ້ເປັນຢາປາບສັດຕູພືດ
ກ້ານໃບ: ແກ້ໄຂ້
ດອກ: ເປັນຢາບຳລຸງທາດ
ນັກວິທະຍາສາດອິນເດຍ, ຈີນ ຍັງໃຫ້ຂໍ້ມູນວ່າ ດອກຂົມກະເດົາ ຍັງຊ່ວຍ ເປັນຢາຕ້ານມະເຮັງເຕົ້ານົມ, ມະເຮັງປາກມົດລູກ. ສະນັ້ນ, ກິນຂົມກະເດົາຊ່ວຍຕ້ານມະເຮັງເດີ!
ສ່ວນວ່າທີ່ເປັນທີ່ນິຍົມກັນສຸດໆກະແມ່ນເອົາມາກັບລາບ ກັບກ້ອຍນີ້ລະ. ເອົາມາທັງດອກຈູບ ແລະ ໃບ. ຜູ້ບໍ່ມັກຂົມຫຼາຍ ກະເອົາມາລກນ້ຳຮ້ອນ ເພື່ອໃຫ້ລົດຂົມຈາງແດ່. ສ່ວນຜູ້ມັກແບບສົດໆ ກໍ່ກິນໄດ້ເລີຍ.
ເພິ່ນຍັງບອກອີກວ່າ ເອົາໝາກກະເດົາທີ່ເກັບໄດ້ ຊ່ວງເດືອນ 6 ເດືອນ 7 ມາສຽບໄມ້ຄືກັບຈີ່ໝາກເຜັດ. ບອກໄດ້ວ່າ ລົດຊາດແຊບແທ້ໆ, ຄ້າຍແຈ່ວບີປາເຄີງ. ເວົ້າລະນ້ຳລາຍກະແຕກຍ່າວໆໆໆ....
ເອົາລະນໍ້ ອາຫານພື້ນເມືອງບ້ານເຮົາດີແບບນີ້ ກໍ່ຊ່ວຍກັນປູກ ແລະ ບອກລູກຫຼານໃຫ້ຮູ້ຊັບພະຄຸນ. ຢາດີແບບນີ້ ບັນພະບູລຸດບອກສອນໄວ້ ກໍ່ໃຫ້ພາກັນຮັກສາເດີ.
ຂອບໃຈຂໍ້ມູນດີໆ ຈາກປື້ມ ສະໝູນໄພໃກ້ຕົວ ຂອງ ອາຈານ ກົງເດືອນ ເນດຕະວົງ ອີກຄັ້ງ.