ໝາກຕ້ອງ : ໝາກຕ້ອງມີລັກສະນະກົມແບນ
ເປືອກມີຂົນນ້ອຍໆ ອ່ອນໆ ສ່ວນເນື້ອໜາມີຢາງສີຂາວ ໝາກສຸກຈະມີສີເຫຼືອງນວນ
ເນື້ອຂອງມັນຈະເປັນສີຂາວ ເນື້ອເໝືອນຍອງຝ້າຍຫຸ້ມແກ່ນ.
ໝາກຕ້ອງເປັນຕົ້ນໄມ້ທີ່ເກີດຢູ່ທົ່ວໄປ ແຕ່ເໜືອຮອດໃຕ້
ໝາກຕ້ອງ ພາສາອັງກິດ ແມ່ນ Santol ຫຼື Cottonfruit ບໍ່ໄດ້ມີແຕ່ປະເທດລາວເດີ,ມັນເກີດໃນຫຼາຍປະເທດ ເຂດອາຊີ ເຊັ່ນ: ມ່ຽນມາ, ໄທ,ກຳປູເຈຍ, ອິນໂດເນເຊຍ, ຟີລິບປິນ, ໄນຈີເລຍ, ຫວຽດນາມ. ມີຊື່ເອີ້ນຕາມພາສາທ້ອງຖິ່ນດັ່ງນີ້:
- Sinhalese: donka, donga
- Filipino and Visayan: santol (from which the name Sandoricum originates)
- Thai : krathon (กระท้อน, [kratʰɔ́ːn]) or sathon (สะท้อน)
- Lanna : ma tong (มะต้อง) or ma tuen (มะตื๋น) or batong (บค้อง)
- Malaysian: kecapi, kelampu, ranggu, sentul
- Burmese: သစ်တို thi' tou [θɪʔ tò]
- Mon: သတ်တိုဝ် sat tal
- French: faux mangoustanier, santol
- Khmer: កំពីងរាជ (ក្រពេញរាជ, លោះ) [kɑmpɨɲ riec]
- Lao: ໝາກຕ້ອງ [mȁːktɔ̂ːŋ]
- Indonesian: kecapi, ketuat, sentul
- Nigerian: Udara
- Vietnamese: Trái sấu
ທີ່ມາ: Wikipedia.org
ຄຸນຄ່າທາງອາຫານ ແລະ ຢາ :
ໝາກຕ້ອງມີຄຸນປະໂຫຍກທາງດ້ານຢາ ຕັ້ງແຕ່ໃບ ຮາກ ດອກ
ໝາກ ແລະ ເປືອກ ສາມາດນຳມາໃຊ້ເປັນຢາແກ້ໂຣກຕ່າງໆ ເຊັ່່ນ ແກ້ທ້ອງທຽວ ( ຖອກທ້ອງ )
ແກ້ບິດ ຊ່ວຍຂັບເຫື່ອເພິ່ນໃຊ້ຮາກ. ສ່ວນໃບນັ້ນເພິ່ນເອົາຕົ້ມອາບເວລາມີໄຂ້,
ອາບເພື່ອຊ່ວຍຂັບເຫື່ອ ໄລ່ຄວາມຮ້ອນ. ດອກຂອງມັນເພິ່ນເອົາມາເຮັດນ້ຳຫອມ
ເປັນຢາດົມລະເຫີຍ ໃຊ້ບັນເທົາຫວັດຕັນດັງ.
ໝາກຂອງມັນເປັນຢາແກ້ທ້ອງເສຍ ຖອກທ້ອງ ເປັນຢາລະບາຍ .
ເປືອກນຳມາໃຊ້ເປັນຢາຮັກສາໂຣກຜິວໜັງໄດ້ດີ.
ນອກຈາກຈະໃຊ້ເປັນຢາແລ້ວ ໝາກຕ້ອງຍັງມີຄຸນປະໂຫຍດທາງດ້ານການປຸງແຕ່ງອາຫານລົດສົ້ມ ໃຊ້ຊ່ວຍລົດສົ້ມ ໃຊ້ຊ່ວຍລົດຊາດດັບກິ່ນຄາວ ເຊັ່ນ ແກງປາ ແກງໄກ່ ຂັ້ນສົ້ມກ້ອຍປາ, ກ້ອຍຫອຍ,
ໝາກຕ້ອງດຽວນີ້ນິຍົມນຳມາເຮັດດອງຂະໜົມສົ້ມຫວານ ກວນ ແລະ ໝາກຕ້ອງແຫ້ງລົດຫວານ ເຄັມເຜັດ
ກິນເພື່ອບັນເທົາຄໍແຫ້ງ ແຊບອີຫຼີ.
ອັນທີ່ເປັນທີ່ນິຍົມຂອງຄົນລາວ ກໍ່ເອົາໄປຕຳນີ້ແລ້ວ ຄັກສຸດ. ຕຳໝາກຕ້ອງ ໃສ່ໝາກເຂືອແດ່ຈັກໜ້ອຍ, ໂຮຍຖົ່ວດິນໃສ່ ຄັກອີຫຼີເດີ.