ຕາດຕະແລ ເມືອງຮຸນ, ຄວາມງາມຈາກສະຫວັນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຕາດຕະແລ ເມືອງຮຸນ, ຄວາມງາມຈາກສະຫວັນ


ທາງເພຈ Oudomxay Tourism ໄດ້ເຜີຍຄວາມງາມແຫຼ່ງທ່ອງທ່ຽວ ຕາດຕະແລຕັ້ງຢູ່ບ້ານຕະແລ, ຫ່າງຈາກເທດສະບານເມືອງຮຸນ ປະມານ 40 ກວ່າກິໂລແມັດ, ການເຂົ້າເຖິງເປັນເສັ້ນທາງດິນແດງ. ຈຸດເດັ່ນຂອງຕາດນີ້ເປັນນ້ຳຕົກຕາດແຫ່ງໜຶ່ງທີ່ມີຄວາມສວຍສົດງົດງາມທາງທຳມະຊາດເຊິ່ງອ້ອມຮອບດ້ວຍປ່າດົງດິບ ແລະ ປ່າເຄິ່ງດົງດິບທີ່ມີຕົ້ນໄມ້ໃຫຍ່, ນ້ອຍທີ່ມີໃບດົກໜາຂຽວງາມ ແລະ ເຕັມໄປດ້ວຍນົກນາໆຊະນິດ, ນ້ຳຕົກຕາດແຫ່ງນີ້ມີທັງໝົດ 7 ຕາດດ້ວຍກັນ, ມີທັງຕາດໃຫຍ່, ຕາດນ້ອຍຢັ່ງຢາຍໄປຕາມສາຍນ້ຳຕະແລະຍາວປະມານ 600 ກວ່າແມັດຄື:

- ຕາດທີ່ 1 ສູງປະມານ 7 ແມັດແລະກວ້າງປະມານ 8 ແມັດ.
- ຕາດທີ່ 2 ສູງປະມານ 15 ແມັດແລະກວ້າງປະມານ 7 ແມັດ.
- ຕາດທີ່ 3 ສູງປະມານ 15 ແມັດແລະກວ້າງປະມານ 11 ແມັດ.
- ຕາດທີ່ 4 ສູງປະມານ 16 ແມັດແລະກວ້າງປະມານ 27 ແມັດ.
- ຕາດທີ່ 5 ສູງປະມານ 40 ແມັດແລະກວ້າງປະມານ 27 ແມັດ.
- ຕາດທີ່ 6 ສູງປະມານ 13 ແມັດແລະກວ້າງປະມານ 28 ແມັດ.
- ຕາດທີ່ 7 ສູງປະມານ 55 ແມັດແລະກວ້າງປະມານ 35 ແມັດ.(ຕາດທີ່ 4,5,6 ຢູ່ໃນ



ຊ່ວງໄລຍະເດືອນ 12 - 6 ນ້ຳຈະບໍ່ໂຕນຕາດ, ນ້ຳຈະລອດພື້ນ).
ປະຫວັດຄວາມເປັນມາຂອງຕາດຕະແລ
ນ້ຳຕົກຕາດຕະແລ ມີຕຳນານເລົ່າຂານປາກຕໍ່ປາກມາວ່າ: ແຕ່ປາງກ່ອນມີບ່າວເງືອກຜູ້ໜຶ່ງຊື່ວ່າທ້າວພັກ ໄດ້ລົງຫຼິ້ນບຸນຢູ່ຫຼວງພະບາງ, ບັງເອີນເຫັນສາວເງືອກຜູ້ໜຶ່ງຊື່ວ່ານາງຄຳຜີວ ທີ່ອາໄສຢູ່ນ້ຳຄານທ້າວພັກ ເກີດມີຄວາມຮັກມັກກັບນາງຄຳຜີວ ແລະ ໄດ້ລັກເອົານາງຄຳຜີວມານຳ, ຕໍ່ຈາກນັ້ນມາມີບ່າວເງືອກຄົນໜຶ່ງທີ່ຢູ່ຫຼວງພະບາງ ທີ່ເຄີຍຮັກມັກກັບນາງຄຳຜີວມາກ່ອນລາວຍັງໄດ້ນຳມາເອົານາງຄຳຜີວຄືນ ທັງສອງຝ່າຍຈື່ງເກີດມີການຕໍ່ສູ້ກັນ, ສ່ວນທ້າວພັກ ກໍ່ໄດ້ສ້າງດ່ານຕ້ານກັນໄວ້ເປັນຈຸດໆຢູ່ທີ່ນ້ຳຕະແລ ແລະ ດ່ານດັ່ງກ່າວກໍ່ກາຍເປັນຊັ້ນໆ ຢາຍກັນໄປເພື່ອປ້ອງກັນການບຸກໂຈມຕີຂອງຮັກເກົ່າຂອງນາງຜິວ ແລະ ຕັ້ງແຕ່ນັ້ນມາຈື່ງເອີ້ນວ່າຕາດຕະແລໃນປັດຈຸບັນ.


ເອົາຮູບໃຫ້ເບິ່ງພໍໃຫ້ຢາກໄປທ່ຽວ, ຢາກເຫັນຕົວຈິງຕ້ອງໄປທີ່ເມືອງຮຸນ, ແຂວງອຸດົມໄຊ.

ແຫຼ່ງທີ່ມາ: Oudomxay Tourism

Post Bottom Ad