Huawei ຈະຈັດສົ່ງສະມາດໂຟນ 120 ລ້ານ ໜ່ວຍ ໃນປີ 2016, ພາຍຫຼັງປີ 2015 ຂາຍໄດ້ເຖິງ 100 ລ້ານໜ່ວຍມາແລ້ວ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

Huawei ຈະຈັດສົ່ງສະມາດໂຟນ 120 ລ້ານ ໜ່ວຍ ໃນປີ 2016, ພາຍຫຼັງປີ 2015 ຂາຍໄດ້ເຖິງ 100 ລ້ານໜ່ວຍມາແລ້ວ!


Huawei ຈະຈັດສົ່ງສະມາດໂຟນ 120 ລ້ານ ໜ່ວຍ ໃນປີ 2016, ພາຍຫຼັງປີ 2015 ຂາຍໄດ້ເຖິງ 100 ລ້ານໜ່ວຍມາແລ້ວ!
--------------------------------------------------------------
Huawei ມີງານໃຫ່ຍໃນປີ 2015 ແລະຕອນນີ້ພວກເຂົາກຳລັງເບິ່ງສິ່ງທີ່ຈະສ້າງຂື້ນທີ່ຍິ່ງໃຫ່ຍໃນປີ 2016. ແລະປີທີ່ຜ່ານມາບໍລິສັດໄດ້ຈັດສົ່ງສະມາດໂຟນຫຼາຍກ່ວາ 100 ລ້ານໜ່ວຍເຊິ່ງລວມໄປເຖິງຫົວເຫີວຍ P8, P8 Lite, Mate S ແລະ Nexus 6P ເຊິ່ງເປັນລຸ້ນທີ່ໄດ້ຂາຍດີທີ່ສຸດຂອງພວກເຂົາໂດຍສະເພາະໃນຕະຫຼາດຕາເວັນຕົກ. ຂະນະນີ້ບໍລິສັດກຳລັງເບິ່ງການເພີ່ມຈຳນວນປະມານ 20% ແລະການຈັດສົ່ງສະມາດໂຟນ 120 ລ້ານໜ່ວຍໃນປີ 2016. ຄ່າຈັດສົ່ງສະມາດໂຟນ 120 ໜ່ວຍນີ້ມັນຈະບໍ່ແມ່ນເລື່ອງງ່າຍໆ. ແຕ່ຖ້າມີການຜະລິດທີ່ເປັນຂອງຈີນທີ່ສາມາດເຮັດໄດ້ນັ້ນແມ່ນຫົວເຫີວຍແນ່ນອນ.

ເຮົາຍັງໄດ້ຍິນວ່າຄວາມສຳເລັດຂອງ Nexus 6P ໄດ້ຊ່ວຍອອກພາບລັກຂອງຫົວເຫີວຍໃນຫຼາຍຕະຫຼາດທີ່ບໍ່ໝັນຄົງຈາກການລົມກັບຫົວເຫີວຍ ກັບມາໃນເດືອນພະຈິກທີ່ເປັນເລື່ອງໃຫ່ຍສຳລັບພວກເຂົາບໍລິສັດຈະໄດ້ມີການຂະຫຍາຍຕົວຂື້ນຢູ່ນອກທະວີບອາຊີ,ໃນຢຸໂຣບ ແລະ ອາເມລິກາ. ແລະ Nexus 6P ມັນຍັງໃຫ້ຄວາມຊ່ວຍເຫຼືອໄດ້ຢ່າງແນ່ນອນເຮົາບໍ່ມີຕົວເລກທີ່ສະເພາະເຈາະຈົງໃດໆກ່ຽວກັບວິທີການ Nexus 6P ມີຍອດຂາຍທີ່ດີສຳລັບ Huawei ແຕ່ວ່າມັນແນ່ນອນຫຼາຍສຳລັບບໍລິສັດ.

ແບບນີ້ຕ້ອງໄດ້ຕິດຕາມກັນຕໍ່ໄປ ວ່າ ຫົວເຫວີຍ ລຸ້ນເປີດຕົວປີ 2016 ຈະສາມາດ ຄອງໃຈຜູ້ໃຊ້ສະມາດໂຟນຫຼືບໍ່!



Post Bottom Ad