ຫລວງພະບາງຮັບໂລ່ລາງວັນ ຈາກອຸຍເນັດສໂກ່
--------------------------
ນີ້ແມ່ນຮູບພາບໂລ່ລາງວັນ ທີ່ໄດ້ຮັບຈາກ ອົງການ UNESCO ໃນຫົວຂໍ້ ລາງວັນເພື່ອການອານຸລັກ ມໍລະດົກທາງດ້ານວັດທະນະທຳ ແຫ່ງພາກພື້ນອາຊີ-ປາຊິຟິກ ຂອງອົງການ ຍູແນສໂກ (UNESCO Asia-Pacific Award for Cultural Heritage Conservation) ເຊິ່ງປະກາດ ໃນວັນທີ່ 01 ກັນຍາ 09 ປີ 2015 ທີ່ຜ່ານມາຈາກການລາຍງານຂໍ້ມູນ ຈາກ ເວັບໄຊ້ www.unescobkk.org ໄດ້ປະກາດຜົນລາງວັນຈາກອົງການ ຍູແນດສະໂກໃນພາກພື້ນອາຊີ ແລະ ປາຊີຟິກ ເຊີ່ງໂຄງການບູລະນະວັດຊຽງທອງ, ຫຼວງພະບາງ ຂອງປະເທດລາວ ໄດ້ຮັບລາງວັນການອານຸລັກມໍລະດົກທີ່ດີເດັນໃນໝວດ Award of Merit ນັບວ່າເປັນຄັງທຳອິດຂອງປະເທດລາວ ກໍ່ຄື ຫຼວງພະບາງ ທີ່ໄດ້ຮັບລາງວັນນີ້, ເຊິ່ງປະເທດທີ່ສົ່ງເຂົ້າຮວ່ມປະກວດແມ່ນບັນດາປະເທດໃນຂົງເຂດອາຊີ-ປາຊີຟິກ ລວມທັງໝົດມີ 36 ໂຄງການ ໃນນັ້ນ 12 ໂຄງການ ຈາກ 5 ປະເທດ ຄື ປະເທດ ອິນເດຍ, ຈີນ, ລາວ, ອົດສະຕ່າລີ, ໄທ.ກົດເບິ່ງລາຍລະອຽດຕື່ມ www.unescobkk.org/culture/heritage/awards/

ທ່ານສາມາດຕິດຕາມເພດຈ໌ ວັດຊຽງທອງໄດ້ທີ່: https://www.facebook.com/WatXiengThongRATSAVORAVIHANH
ຂ່າວໂດຍ: ຫ້ອງການມໍລະດົກ ຫລວງພະບາງ
ພາບໂດຍ: Steve Saba


