ພິທີມອບໃບຢັ້ງຢືນມາດຕະຖານຄວາມປອດໄພ ຈາກສະມາຄົມຂົນສົ່ງທາງອາກາດສາກົນ (IATA) ຈັດຂຶ້ນວັນທີ 4 ກຸມພາ 2016 ທີ່ສະໜາມບິນສາກົນວັດໄຕ ໂດຍມີທ່ານ ດຣ. ບຸນຈັນ ສິນທະວົງ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ດຣ. ສົມພອນ ດວງດາຣາ ຜູ້ອຳນວຍການໃຫຍ່ລັດວິສາຫະກິດການບິນລາວ ທ່ານ Blair Cowles ຫົວໜ້າສະມາຄົມ IATA ປະຈຳພາກພື້ນອາຊີປາຊີຟິກ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ໂດຍຜ່ານການກວດກາລະບົບການຄຸ້ມຄອງ ແລະ ໃຫ້ບໍລິການສາຍການບິນ ລັດວິສາຫະກິດການບິນລາວ ເຊິ່ງເປັນສາຍການບິນທຳອິດໃນ ສປປ ລາວ ທີ່ໄດ້ຮັບຜົນສຳເລັດໃນການຈົດທະບຽນເຂົ້າເປັນສະມາຊິກໄອໂອຊາ (IOSA) ໂດຍຜ່ານການປະເມີນມາດຕະຖານຄວາມປອດໄພຫຼາຍກວ່າ 900 ຄຳຖາມ ແລະ ນອນຢູ່ໃນ 8 ພື້ນຖານຂອງການປະຕິບັດການບິນ ປະກອບມີວຽກງານກ່ຽວກັບການບໍລິຫານຈັດການ ວຽກງານການຈັດຕັ້ງການປະຕິບັດງານຂອງພະນັກງານເຕັກນິກ ແລະ ນາຍຊ່າງ ວຽກງານຂອງພະແນກບໍລິການພາກພື້ນດິນ ແລະ ການຮັກສາຄວາມປອດໄພການບິນ ເຊິ່ງຜົນສຳເລັດດັ່ງກ່າວນັ້ນ ຈະຊ່ວຍເຮັດໃຫ້ລະບົບການບິນລາວ ສາມາດບໍລິຫານຈັດການລະບົບມາດຕະຖານຄວາມປອດໄພ ໃນການໃຫ້ບໍລິການ ການກວດກາທີ່ດີ ແລະ ປະສິດທິພາບຄຽງຄູ່ກັບການຈະເລີນເຕີບໂຕທາງດ້ານທຸລະກິດ ແລະ ເປັນທີ່ຮັບຮູ້ໃນລະດັບສາກົນ ລັດວິສາຫະກິດການບິນລາວ ຈະສືບຕໍ່ດຳເນີນທຸລະກິດຮັບໃຊ້ຜູ້ໂດຍສານ ດ້ວຍຄວາມຖືກ ຕ້ອງປອດໄພ ສາມາດໄວ້ວາງໃຈໄດ້ ພາຍໃຕ້ລະບຽບຂອງ IOSA ຢ່າງເຄັ່ງຄັດ.
ໃນເດືອນ 4 ປີ 2015 ໜ່ວຍປະເມີນຜົນຄວາມປອດໄພຂອງອົງການການບິນພົນລະເຮືອນສາກົນ (ICAO) ໄດ້ຕົກລົງກວດກາກົມການບິນພົນລະເຮືອນຂອງ ສປປ ລາວ ໃນນີ້ ສປປ ລາວ ໄດ້ຮັບຄະແນນສະເລ່ຍ 73% ໃນຄວາມສາມາດປະຕິບັດໄດ້ຕາມຂໍ້ກຳນົດກົດລະບຽບ ຂອງອົງການການບິນພົນລະເຮືອນສາກົນ.
ພາບແລະຂ່າວ: ວຽງຈັນໃໝ່
------------------------------
www.pakaad.com