ອີທີແອລ ສ້າງຕັ້ງພະແນກຄຸ້ມຄອງລະບົບເຕັກນິກ ແລະ ການບໍລິການ
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກຸມພານີ້, ຢູ່ສຳນັກງານໃຫຍ່ບໍລິສັດອີທີ ແອລ, ບ້ານສາຍລົມ, ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ໃນພິທີທ່ານ ສຸດໃຈ ລໍລອນສີ ຮອງຜູ້ອຳນວຍການດ້ານເຕັກນິກ ບໍລິສັດ ອີທີແອລ ມະຫາຊົນ ໄດ້ກ່າວວ່າ: ເພື່ອເຮັດໃຫ້ ອີທີແອລ ກາຍ ເປັນຜູ້ສະໜອງການບໍລິການທາງດ້ານໂທລະຄົມມະນາຄົມ ທີ່ມີຄຸນນະພາບມາດຕະຖານສາກົນໃນລາວ, ດັ່ງນັ້ນ ຄະນະອຳນວຍການ ຈຶ່ງໄດ້ຕົກລົງສ້າງພະແນກຄຸ້ມຄອງລະບົບເຕັກນິກ ແລະ ການບໍລິການຂຶ້ນ ເພື່ອໃຫ້ສັງຄົມກໍຄືບັນດາລູກຄ້າໄດ້ຮັບຮູ້ເຖິງການປັບປຸງ ແລະ ພັດທະນາການບໍລິການທາງດ້ານໂທລະ
ຄົມມະນາຄົມໃຫ້ດີຂຶ້ນເປັນລຳດັບ ແລະ ມີຄວາມເພີງພໍໃຈ, ພ້ອມທັງຫັນມາໃຊ້ຜະລິດຕະພັນຂອງອີທີແອລຫລາຍຂຶ້ນ.
ພະແນກດັ່ງກ່າວມີພາລະບົດບາດ ເປັນສູນກາງໃນການຕິດຕາມ ແລະ ເຝົ້າລະວັງສະພາບການເຮັດວຽກຂອງເຄືອຂ່າຍ ແລະ ອຸປະກອນໂທລະຄົມມະນາຄົມທັງໝົດທີ່ມີໃນ ອີທີແອລ ຕະຫລອດ 24 ຊົ່ວໂມງ, ເພື່ອຮັບປະກັນການບໍລິການແກ່ລູກຄ້າກໍຄືສັງຄົມ, ຕິດຕາມບັນດາຜະລິດຕະພັນຂອງອີທີແອລ ໄດ້ໃຫ້ບໍລິການແກ່ລູກຄ້າ ວ່າສາມາດນຳໃຊ້ໄດ້ເປັນປົກກະຕິດີ, ການແກ້ໄຂບັນຫາທີ່ຖືກຮ້ອງຮຽນຈາກລູກຄ້າ ເພື່ອນຳເອົາຂໍ້ມູນດັ່ງກ່າວມາຄົ້ນຄວ້າ, ວິໄຈ ແລະ ພັດທະນາບໍລິການທາງດ້ານໂທ ລະຄົມມະນາຄົມຂອງ ອີທີແອລ ໃຫ້ນັບມື້ນັບດີຂຶ້ນກ້າວໄປສູ່ເຄືອຂ່າຍທີ່ມີຄຸນນະພາບລະດັບສາກົນເທື່ອລະກ້າວ.
ພາບແລະຂ່າວ: ລາວພັດທະນາ