ຄົ້ນພົບພຣະພຸດທະຮູບ ເຮັດດ້ວຍຄຳ ອາຍຸ 600 ປີ ທີ່ເມືອງຄູນ
---------------------------------------
ໃນວັນທີ່18/1/2016 ທີ່ຜ່ານມາ ບໍລິສັດຊາຍຄູນຄຳພັດທະນາກໍ່ສ້າງ ຈຳກັດ ໄດ້ຄົ້ນພົບພະພຸດທະຮູບຄຳ1ອົງທີ່ຍັງສົມບູນດີ ແລະ ພຣະເງິນອີກ 6 ອົງດັ່ງຮູບ. ຢູ່ທີ່ໂຄງການຊົນລະປະທານ ບ້ານຖຳ້,ເມືອງຄູນ,ແຂວງຊຽງຂວາງ.
ພະຄຳອົງນີ້, ຕາມການສັນນິຖານຂອງຜູ້ເຖົ້າຜູ້ແກ່, ຄາດວ່າຈະມີອາຍຸປະມານ 600 ປີ. ຕາມຄວາມເຊື່ອຖືຂອງຄົນຂັບລົດຈົກທີ່ຄົ້ນພົບພະອົງນີ້ແມ່ນມີຄວາມສັກສິດເພາະຈຸດທີ່ເຫັນພຣະນັ້ນ ຍິງຫີນສີ່ເທື່ອ ແຕ່ບໍ່ແຕກ. ຈຶ່ງຈຳເປັນໃຊ້ລົດຈົກຂື້ນໄປຕັກ.
ອີກໜຶ່ງຄວາມປະຫຼາດໃຈຄືພະອົງອື່ນໄດ້ຮັບຄວາມເສຍຫາຍໝົດແຕ່ຍັງເຫຼືອອົງນີ້ທີ່ບໍ່ເປັນຫຍັງ.
ປະຈຸບັນທາງບໍລິສັດເຈົ້າຂອງໂຄງການໄດ້ອັນເຊີນເພິ່ນໄປປະດິດສະຖານຢູ່ທີ່ວັດບ້ານຖຳ້. ອອກຕົນຍາດໂຍມຜູ້ໃດມີຄວາມເຫຼື້ອມໃສສັດທາກໍ່ຂໍເຊີນໄປໄຫ້ວສັກກາລະບູຊາໄດ້ທີ່
=>ວັດບ້ານຖໍ້າ ເມືອງຄູນ,ແຂວງຊຽງຂວາງ
ພາບແລະຂ່າວ: Phonesavanh Pms
---------------------------------------
www.pakaad.com