![]() |
ສະພາບພູມອາກາດຕ່ຳສຸດວັນເສົາທີ 24 ຕຸລາ 2015 |
ອຸຕຸແຈ້ງອາກາດຈະໜາວລົງຢູ່ບັນດາແຂວງພາກເໜືອ
ກົມອຸຕຸນິຍົມ ແລະ ອຸທົກກະ ສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 23- 27 ຕຸລານີ້, ບໍລິເວນຄວາມກົດດັນ ສູງຂອງອາກາດເຢັນຈາກປະເທດຈີນ, ຈະປົກຄຸມຢູ່ທົ່ວທຸກພາກຂອງ ລາວ ສົມທົບກັບກະແສລົມຕາເວັນ ອອກສ່ຽງເໜືອພັດປົກຄຸມດ້ວຍກຳລັງອ່ອນ ຫາ ປານກາງ, ເຊິ່ງຈະ ເຮັດໃຫ້ອາກາດເຢັນຢູ່ເຂດພາກ ເໜືອ, ດ້ານຕາເວັນອອກຂອງ ພາກກາງ ແລະ ເຂດພູພຽງບໍລະ ເວນປາກຊ່ອງ, ພ້ອມຈະມີໝອກ ໜາປົກຫຸ້ມໃນຕອນເຊົ້າ, ສ່ວນພາກ ກາງ ແລະ ພາກໃຕ້ອາກາດຈະເຢັນ ໃນຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປຈະມີຝົນຕົກໃນລະດັບ ຄ່ອຍຢູ່ບາງທ້ອງຖິ່ນແຂວງພາກ ເໜືອ.
ໃນລະຫວ່າງວັນທີ 23-25 ຕຸລານີ້, ອາກາດຈະໜາວເຢັນຢູ່ ບັນດາແຂວງພາກເໜືອ, ດ້ານຕາ ເວັນອອກຂອງພາກກາງ ແລະ ເຂດພູພຽງບໍລະເວນປາກຊ່ອງ ແລະ ໃນວັນທີ 26-27 ຕຸລານີ້ ອາ ກາດຈະອຸ່ນຂຶ້ນໃນແຕ່ລະພາກ ແລະ ວັນທີ 22-24 ຈະມີຝົນຕົກໃນ ລະດັບຄອ່ຍຢູ່ຕາມທ້ອງຖິ່ນແຂວງພາກເໜືອ, ເຊິ່ງຄາດຄະເນປະລິ ມານນ້ຳຝົນລວມໃນໄລຍະ 7 ວັນຕໍ່ ໜ້າຈະມີໜ້ອຍຫລຸດເກນປົກກະ ຕິເປັນສ່ວນຫລາຍ.
![]() |
ພູມອາກາດຕ່ຳສຸດວັນອາທິດ 25 ຕຸລາ 2015 |