ລົດນັກຮຽນປີ້ນທີ່ປາກຊັນ ເຈັບສາຫັດສາມຄົນ 1/10/2015 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລົດນັກຮຽນປີ້ນທີ່ປາກຊັນ ເຈັບສາຫັດສາມຄົນ 1/10/2015



ເວລາປະມານ 17:00 ວັນທີ 1 ຕຸລາ 2015, ມີອຸບັດຕິເຫດເກີດລົດຮຸ່ນໄດ ສີຟ້າ ທະບຽນກຳແພງນະຄອນ ກຄ 9674 ປີ້ນ.

ລົດດັ່ງກ່າວເປັນລົດຮັບສົ່ງຂອງໂຮງຮຽນ ມໍສໍ ສີທ່ານາໄຊ, ເມືອງປາກຊັນ ແຂວງບໍລິຄຳໄຊ. ເຊິ່ງເປັນ ເວລາເລີກຮຽນຕອນແລງ ມີນັກຮຽນ 25-30 ຄົນ ທີ່ຂີ່ມານຳລົດຄັນດັ່ງກ່າວ ຕາມ ເສັ້ນທາງ 13 ໃຕ້, ແຖວບ້ານ ສີສະອາດ. ອຸບັດຕິເຫດໄດ້ເຮັດໃຫ້ ນັກຮຽນສາມຄົນເຈັບຫນັກບໍຮູ້ສຶກໂຕ, ແລະ ອີກ ຫ້າຫົກຄົນເຈັບປານກາງ.

ສາເຫດຂອງອຸບັດຕິເຫດ ເນື່ອງຈາກ ການບັນທຸກເກີນ ແລະ ແລ່ນດ້ວຍຄວາມໄວເຂົ້າໂຄ້ງ. ປະເດັນສຳຄັນແມ່ນ ຜູ້ຂັບລົດປະຈຳ ບໍ່ຂັບ ແຕ່ໃຫ້ຜູ້ຂັບຄົນໃໝ່ ທີ່ຫາຮຽນຂັບຂັບແທນ.

ບັນຫາການຂົນສົ່ງເກີນກຳນົດ ແລະ ແລ່ນໄວເກີດຂອບເຂດ ເປັນສິ່ງທີ່ເຕືອນໄພ ກັນມາຕະຫຼອດ. ດັ່ງນັ້ນ, ຈິ່ງຢາກໃຫ້ທຸກຄົນ ໃສ່ໃຈກົດຈາລະຈອນ ແລະ ໃຫ້ຄວາມສຳຄັນເລື່ອງຄວາມປອດໄພໃຫ້ຫຼາຍທີ່ສຸດ.


ພາບແລະຂ່າວ: ທ່ານ ສົມອົກ ໄພມະນີ ແລະ Mie Krt
1 ຕຸລາ 2015 - 19:30
++++++++++++++++++
www.pakaad.com











Post Bottom Ad