ຊົມເຊີຍ ກັບການສົ່ງເສີມວຽກງານສິ່ງແວດລ້ອມ, ຫຼວງພະບາງ ເປີດນ້ຳໃຊ້ລົດໄຟຟ້າ ແລະ ສະຖານີລົດໄຟຟ້າ ຢ່າງເປັນທາງການ.
ລົດໄຟຟ້າດັ່ງກ່າວ ຈະໃຫ້ບໍລິການ ແລ່ນອ້ອມຕາມເສັ້ນທາງສຳຄັນໃນຕົວເມືອງ. ອັນຈະເປັນການລຸດຜ່ອນມົນລະຜິດ ແລະ ເຮັດໃຫ້ຕົວເມືອງມີຄວາມເປັນລຽບຫຼາຍຂຶ້ນ. ພ້ອມນີ້, ທາງການນຳຂອງແຂວງ ຍັງມີການສົ່ງເສີມ ແລະ ປຸກລະດົມ ໃຫ້ພະນັກງານ ຫັນມາໃຊ້ ລົດໄຟຟ້າ ສາທາລະນະ ຫຼາຍຂຶ້ນ. ທັງປະຢັດ ແລະ ເປັນມິດກັບສິ່ງແວດລ້ອມ.
ພິທີເປີດໃຊ້ລົດໄຟຟ້າ ຢ່າງເປັນທາງການແມ່ນໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 8 ກັນຍາ 2015 ນີ້.
ນີ້ເປັນອີກໂຄງການຕົວຢ່າງ ທີ່ສາມາດນຳເອົາໄປຈັດຕັ້ງໃນຫຼາຍຕົວເມືອງຂອງລາວ.
ພາບແລະຂ່າວ: Aphoutdeth Boubpha
++++++++++++++++++
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ
www.pakaad.com