ຝົນຕົກໜັກ ນ້ຳຖ້ວມໃນຫຼາຍຂົງເຂດ ຂອງແຂວງຫຼວງນ້ຳທາ,ຫຼ້າສຸດ ຕອນເວລາປະມານ 17:00 ວັນທີ 3 ສິງຫາ 2015, ນ້ຳໄດ້ຂຶ້ນຢ່າງໄວວາ ແລະ ຖ້ວມເຂດເມືອງນາແລ, ແຂວງຫຼວງນ້ຳທາ. ເຮັດໃຫ້ຂົວ ຂ້າມນ້ຳ ຖືກຖ້ວມ, ການສັນຈອນຕັດຂາດ. ປະຊາຊົນຕ້ອງໄດ້ຊອກໜີ ນ້ຳໄປບ່ອນທີ່ສູງ ແລະ ໃຊ້ເຮືອ ເປັນພາຫະນາ ໃນການສັນຈອນ. ລະດັບນ້ຳຍັງຄົງຈະສູງຂຶ້ນ ແລະ ຄົງໃຊ້ເວລາຫຼາຍຊົ່ວໂມງທີ່ຈະບົກແຫ້ງ.
ເປັນກຳລັງໃຈໃຫ້ພີ່ນ້ອງຊາວເມືອງນາແລ ສູ້ໄພນ້ຳຖ້ວມ.
ພາບແລະຂ່າວ: Phathedlao Lao