ຝົນຕົກລິນຫຼາຍວັນ ນ້ຳຊອງຂຶ້ນ ຖ້ວມ ຫຼາຍເຂດ ຂອງຕົວເມືອງວັງວຽງ ວັນທີ 3 ສິງຫາ 2015
ລາຍງານຈາກ ປະຊາຊົນ ທີ່ວັງວຽງໃຫ້ຮູ້ວ່າ, ຝົນທີ່ຕົກຕໍ່ເນື່ອງກັນຫຼາຍວັນ ໄດ້ເຮັດໃຫ້ລະດັບນ້ຳຊອງ ສູງຂຶ້ນ ແລະ ມື້ນີຕອນເຊົ້າ ນ້ຳໄດ້ໄຫຼຖ້ວມຫຼາຍເຂດ ຂອງຕົວເມືອງວັງວຽງ ໂດຍສະເພາະ ຮ້ານອາຫານ, ໂຮງແຮມ ບ້ານພັກ ທີ່ຕັ້ງລຽບແຄມນ້ຳຊອງ.
ປະກົດການ ນ້ຳຖ້ວມທີ່ວັງວຽງ ຖືວ່າເປັນເລື່ອງປົກກະຕິທີ່ຈະຖ້ວມ ປີລະ ສອງສາມຄັ້ງ. ເຊິ່ງຖືວ່າມີຄວາມຮຸນແຮງ. ເຊິ່ງບໍ່ສາມາດຄາດເດົາໄດ້ວ່າ ຈະມາຕອນໃດ. ບາງປີກໍ່ຂື້ນຕອນຄ່ຳ ເຊິ່ງຖືວ່າເປັນອັນຕະລາຍດັ່ງໃນ ປີຜ່ານມາ ທີ່ນ້ຳຍື່ງຂຶ້ນກະທັນຫັນໃນຕອນຄ້າຍແລງ.
ລາຍງານໂດຍ: ທີມງານປະກາດ