ນ້ຳຖ້ວມເມືອງບໍລິຄັນ, ປະຊາຊົນຂົນເຄື່ອງໜີນ້ຳ ເຊົ້າວັນທີ 3 ສິງຫາ 2015 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ນ້ຳຖ້ວມເມືອງບໍລິຄັນ, ປະຊາຊົນຂົນເຄື່ອງໜີນ້ຳ ເຊົ້າວັນທີ 3 ສິງຫາ 2015


ນ້ຳຖ້ວມເມືອງບໍລິຄັນ, ປະຊາຊົນຂົນເຄື່ອງໜີນ້ຳ ເຊົ້າວັນທີ 3 ສິງຫາ 2015

ຝົນທີ່ຕົກຕໍ່ເນື່ອງເປັນເວລາຫຼາຍວັນ ໃນເຂດພາກກາງ ເຮັດໃຫ້ຫຼາຍຂົງເຂດ ໃນແຂວງບໍລິຄຳໄຊ ແລະ ແຂວງໃກ້ຄຽງໄດ້ຮັບຜົນກະທົບຍ້ອນນ້ຳຖ້ວມ, ໃນຕອນວັນທີ່ 2 ສິງຫາ 2015 ນ້ຳໄດ້ໄຫຼຖ້ວມທາງ 13 ໃຕ້ເຂດ ເມືອງປາກຊັນ,​ ແລະ ໃນເຊົ້າຂອງມື້ນີ້ ທີ 3 ສິງຫາ 2015 ນ້ຳໄດ້ເພິ່ມຢ່າງໄວ ແລະ ໄດ້ຖ້ວມເປັນວົງກວ້າງ ໃນເຂດ ເມືອງບໍລິຄັນ,​  ແຂວງບໍລີຄຳໄຊ. ປະຊາຊົນລາຍງານວ່າ ນ້ຳຂຶ້ນມາໄວຫຼາຍ ໃນຕ້ອງເຊົ້າ ແລະ ຍຶງຂຶ້ນຢ່າງຕໍ່ເນື່ອງ. ປະຊາົຊນ ຕ້ອງໄດ້ ຮີບຂົນເຄື່ອງ ໜີນ້ຳ ໂດຍສະເພາະ ເຄື່ອງທີ່ຢູ່ຊັ້ນລຸ່ມ ຂອງເຮືອນ.

ປະຊາຊົນທ່ານໜື່ງບອກກັບທີມງານປະກາດ ຕອນເວລາ 11:00 ວ່າ: ''ນ້ຳໄດ້ຂຶ້ນມາຖ້ວມໄວຫຼາຍ ແລະ ດຽວນີ້ ຕະຫຼາດເມືອງບໍລິຄັນແມ່ນຖືກຖ້ວມແລ້ວ ຄົງຈະມີຜົນເສຍຫາຍຫຼາຍ. ກະແສນ້ຳແມ່ນໄຫຼ ແຮງ ແລະ ຖ້ວມໜັກຫຼາຍ."

ປະຊາຊົນອີກທ່ານໜື່ງບອກວ່າ: "ນ້ຳຖ້ວມ ເສຍຫາຍຫຼາຍ ປະຊາຊົນ ບໍ່ມີບ່ອນຊິດັ່ງໄຟ ໜື້ງເຂົ້າກິນແລ້ວ ຢູ່ເຂດນອກຍັງໃຊ້ນ້ຳສ້າງຢູ່ ພໍນ້ຳຖ້ວມ ນ້ຳສ້າງ ກະຖ້ວມ ບໍ່ມີຮອດນ້ຳຊິກິນ"

ນອກຈາກນີ້, ໂຮງຮຽນຫຼາຍບ່ອນ, ສຸກສາລາ ແລະ ບ້ານປະຊາຊົນ ແມ່ນຖືກນ້ຳຖ້ວມ. ລະດັບນ້ຳ ແມ່ນມີແຕ່ 30 - 100 ຊັງຕີແມັດ.

ປະຈຸບັນ ຍັງບໍ່ສາມາດປະເມີນຜົນເສຍຫາຍ ຈາກໄພນ້ຳຖ້ວມ ຄົງຕ້ອງໄດ້ຖ້ານ້ຳບົກ ແລ້ວຈິ່ງຈະມີການສຳຫຼວດຂອງທາງບ້ານ ແລະ ເມືອງ.

ຂໍໃຫ້ປະຊາຊົນທຸກຄົນ ໃນເມືອງບໍລິຄັນ ຈົງລະມັດລະວັງ ແລະ ໃຫ້ພົນວິກິດນ້ຳຖ້ວມໃນວັນນີ້.

ພາບແລະຂ່າວ: ປະຊາຊົນບໍລິຄັນ
ລາຍງານໂດຍ: ທີມງານ ປະກາດ
































Post Bottom Ad