ເຮືອບ້ານແສນດິນ ຄອງແຊມ ຊ່ວງເຮືອ ທີ່ບ້ານເກີນ, ຂະນະທີ່ ເຮືອເພັດນະຄອນ ບ້ານສີບຸນເຮືອງ ໄດ້ແຊ້ມ ທີ່ ສະໜາມໜອງອໍ້ ເກົ້າລ້ຽວ
ການແຂ່ງຂັນຊ່ວງເຮືອ ທີ່ບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ ໃນວັນທີ 2 ສິງຫາ 2015 ທີ່ຜ່ານມາ. ເປັນເຮືອສູດຍາວປະເພດ 45-55 ສີພາຍ.
ອັນດັບທີ່ 1 ຕົກເປັນຂອງບ້ານ ແສນດິນ,
ອັນດັບທີ 2: ບ້ານຫາດໄຊ
ອັນດັບທີ 3: ບ້ານບຸ່ງພ້າວ
ອັນດັບທີ 4: ບ້ານເກີນ (ເຈົ້າພາບ)
ສ່ວນທີ່ສະໜາມແຂ່ງບ້ານອໍ້ ເກົ້າລ້ຽວເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ,ເຮືອນ້ອຍປະເພດ 12 ສີພາຍ ທີ່ແຂ່ງໃນມື້ດຽວກັນ.
ອັນດັບທີ 1: ເຮືອເພັດນະຄອນ 2, ບ້ານສີບຸນເຮືອງ ໂດຍໃຊ້ສີພາຍບ້ານຈອມແຈ້ງ
ອັນດັບທີ 2: ເຮືອສິດກັນບາດ, ບ້ານ ທ່າພະ, ສີພາຍ ທ່າພະ
ອັນດັບທີ 3: ເຮືອສະກັດເພັດ ສິງນະຄອນ, ສສີພາຍອຸດົມຜົນ
ອັນດັບທີ 4: ເຮືອ ເພັດນະຄອນ 1, ບ້ານທ່ານາແລ້ງ, ສີພາຍທ່ານາແລ້ງ
ລາຍງານໂດຍ: ທີມງານ ປະກາດ
ຂໍ້ມູນຈາກ: Pem Meuangharn ແລະ ຊຸມຊົນຄົນຮັກເຮືອຍາວ