ຂ່າວນ້ຳຖ້ວມ: ຕອນເຊົ້າ ວັນທີ 2 ສິງຫາ 2015 ນີ້ທີ່ທາງ 13 ໃຕ້ ເຂດ ທ່າບົກ, ແຂວງບໍລິຄຳໄຊ, ເກີດນ້ຳຖ້ວມເສັ້ນທາງ. ເຮັດໃຫ້ການສັນຈອນ ໂດຍສະເພາະລົດຈັກ ແລະ ລົດນ້ອຍ ມີຄວາມລຳບາກ ແລະ ມີຄວາມສ່ຽງທີ່ຈະຕົກຫົນຂ້າງທາງ.
ດັ່ງນັ້ນ, ຈິ່ງເຕືອນໄພ ຜູ້ສັນຈອນ ຈົ່ງໄດ້ລະມັດລະວັງ ແລະ ຄວນກວດສອບສະພາບເສັ້ນທາງ ກ່ອນການເດີນທາງ ທຸກຄັ້ງ.
ພາບແລະຂ່າວ: Soukvilay Keoheuanghoung