ປະກາດເຕືອນໄພ: ຂີ່ລົດຕອນຄືນ ທາງປ່ຽວ ບໍ່ມີບ້ານຄົນ ບໍ່ຄວນຈອດລົດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະກາດເຕືອນໄພ: ຂີ່ລົດຕອນຄືນ ທາງປ່ຽວ ບໍ່ມີບ້ານຄົນ ບໍ່ຄວນຈອດລົດ


ປະກາດເຕືອນໄພ: ຂີ່ລົດຕອນຄືນ ທາງປ່ຽວ ບໍ່ມີບ້ານຄົນ ບໍ່ຄວນຈອດລົດ, ບໍ່ວ່າຈະມີຫຍັງເກີດຂຶ້ນ ຖ້າເດີນທາງຄົນດຽວ.
-----
ເລື່ອງຈິງຈາກ: ນຸດ ຫຼ້ານິດຕາ ສູນສະຫວັດ
"ເລື່ອງກະມີຢູ່ວ່າ ຂ້ອຍແລະເອື້ອຍຂ້ອງຂ້ອຍ ໄດ້ກັບຈາກງານສູຂວັນບ້ານອຸດົມຜົນ. ໄດ້ຂີ່ລົດມາທາງສີ່ແຍກຕະຫຼາດຫຼັກ 19 ບ້ານໂນນສະອາດທີ່ມາຊອດທາງນາທົ່ມ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
ຂີ່ມາກາຍຮ້ານອາຫານຈຳໂບຫນ່ອຍຫນື່ງໄດ້ມີຫຍັງບາງຢ່າງບີນມາໃສ່ແວນບ່ອນຂ້າງຄົນຂັບບໍ່ຮູ້ວ່າແມ່ນຫຍັງມັນແຮງຫລາຍຈົນເຮັດໃຫ້ແວນຂ້າງແຕກ. ເອື້ອຍຂ້ອຍກະເລີຍຢຸດລົດຄິດວ່າຊິລົງເບີ່ງ, ແຕ່ແຖວນັ້ນມັນປຽວຫຼາຍບໍ່ມີລົດຈັກຄັນກາຍແຖວນັ້ນ. ຂ້ອຍບອກເອື້ອຍຂ້ອຍວ່າຢ່າຢຸດລົດເດັກຂາດ, ຂີ່ໄປກ່ອນໂລດເຫັນບ້ານຄົນຈື່ງຈອດ.
ຫຼັງຈາກນັ້ນໄດ້ຂີ່ລົດກາຍມາເຫັນບ້ານຄົນຈື່ງຈອດ ແລະ ໄດ້ໂທຫາຕຳຫຼວດບ້ານ, ພ້ອມທັງໄດ້ກັບໄປບ່ອນເກີດເຫດພ້ອມກັບຕຳຫຼວດບ້ານ. ໄປກວດເບີ່ງຈື່ງຮູ້ວ່າສີ່ງທີ່ເຂົາເຈົ້າແກວ່ງມາໃສ່ນັ້ນແມ່ນ ຂວດແກ້ວຊອດຫມາກເລັ່ນ. ມີຄົນລີ້ຢູ່ຂ້າງທາງແກວ່ງໃສ່. ເພາະແຖວນັ້ນມັນປ່ຽວຫລາຍ ຕ້ອງແມ່ນໂຈນທີ່ເຂົາຫວັງຈະປຸ່ນເອົາຊັບສີນເພາະຫວ່າງ 2-3ມື້ຫຼັງນີ້ ກະມີໂຈນປຸ່ນເອົາລົດວີໂກແລ້ວ.
ຈຸດເກີດເຫດແມ່ນບ່ອນດຽວກັນເລີຍແຖວນັ້ນມີຄົນຖືກປຸ່ນຕະຫລອດ ມັນຄົງຊິຫວັງດຶກຂວດແກ້ວ ໃຫ້ຖືກຄົນຂັບເຮັດໃຫ້ຄົນຂັບບາດເຈັບຢຸດລົດແລ້ວມັນຊິປຸ່ນເອົາຫຍັງຈັກຢ່າງ.
ທາງເສັ້ນນີ້ມັນມືດແລະປ່ຽວຫຼາຍໄດ້ຍີນຂ່າວມີຄົນໂດນປຸ່ນຕະຫລອດ ຈື່ງຢາກໃຫ້ທຸກຄົນທີ່ໃຊ້ເສັ້ນທາງນັ້ນໃຫ້ມີສະຕິລະວັງຕົວ. ຖ້າຫາກເຈີເຫດແບບນີ້ຫ້າມລົງຈາກລົດເດັດຂາດໃຫ້ຂີ່ກາຍໄປບ່ອນມີຄົນຫລາຍຈື່ງຈອດລົດ.


Post Bottom Ad