ລະວັງໂຈນດຶງກະເປົາ
ປະກາດເຕືອນໄພ: ຈົ່ງມີສະຕິ ເພາະໂຈນດຶງກະເປົາ ລະບາດໜັກເຫດການນີ້ເກີດຂຶ້ນທີ່ເຂດ ບ້ານທົ່ງສາງນາງ, ເຈົ້າຂອງບ້ານຂີ່ລົດມາຮອດເຮືອນຕອນຄ່ຳ ແລະ ກຳລັງຈະເຂົ້າເຮືອນ. ພໍແຕ່ລົງປະຕູ ກໍ່ມີພວກບໍ່ດີ ຂີ່ລົດຈັກ ມາສອງຄັນ ພະຍາຍາມ ຈະດຶງເອົາກະເປົາຂອງເຈົ້າເຮືອນ ຕອນທີ່ກຳລັງລົງຈາກລົດ. ໂຊກດີທີ່ຜູ້ກ່ຽວໄຫວຕົວທັນ ແລະ ລົບໜີຈາກ ພວກກ່ຽວໄດ້ ແລ້ວ ໂຍນກະເປົາ ຂຶ້ນຫຼັງຄາເຮືອນກ່ອນ ພ້ອມທັງຮ້ອງໃຫ້ຄົນຊ່ວຍ. ເປົ້າໝາຍທີ່ພວກໂຈນຈະລົງມືໂດຍສ່ວນໃຫຍ່ ຈະແມ່ນຜູ້ຍິງ. ສະນັ້ນ,ໃຫ້ທຸກຄົນລະມັດລະວັງ ແລະ ຊ່ວຍບອກໃຫ້ທຸກໆຄົນທີ່ທ່ານຮັກ ລະມັດລະວັງເປັນທີ່ສຸດ.ແຊປະສົບການ ແລະ ຄລີບໂດຍ: Deng Gt--@--> www.pakaad.com
Posted by ປະກາດ on Tuesday, May 5, 2015
Post Top Ad
Post Bottom Ad
ສົນໃຈໂຄສະນາ
ໂທ 020 55999263
ສົນໃຈໂຄສະນາ
ໂທ 020 55999263