ພະນັກງານ ທະນາຄານການຄ້າ ແຂວງສະຫວັນນະເຂດ ຂ້າມໄປຢາມພີ່ນ້ອງ ທີ່ມຸກດາຫານ ແຕ່ຫາຍຕົວໄປ ລຶກລັບ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ພະນັກງານ ທະນາຄານການຄ້າ ແຂວງສະຫວັນນະເຂດ ຂ້າມໄປຢາມພີ່ນ້ອງ ທີ່ມຸກດາຫານ ແຕ່ຫາຍຕົວໄປ ລຶກລັບ!



ທີ່ມາ: ASTV ผู้จัดการออนไลน์

ເວລາ 16:00 ວັນທີ່ 27 ເມສາ 2015,​ ເຈົ້າໜ້າທີ່ຂອງ ເມືອງມຸກດາຫານ ໄດ້ຮັບແຈ້ງ ຈາກນາງ ລຽບ ເກດຕະວົງ ອາຍຸ 67 ປີ ຄົນລາວ ແຂວງສະຫວັນນະເຂດ ໃຫ້ຊ່ວຍຕາມຫາ ທ້າວ ອະທິວາ ເກດຕະວົງ ອາຍຸ 45 ປີ ທີ່ເປັນລູກຊາຍ ຂັບລົດເກັງ ເກຍ ໝາຍເລກທະບຽນ ສະຫວັນນະເຂດ ກຂ 9121 ທີ່ມາຢາມພີ່ນ້ອງ ທີ່ ມຸກດາຫານ ໃນຕອນບ່າຍວັນທີ 26 ເມສາ 2015 ແລະ ໄດ້ຫາຍຕົວໄປ ໂດຍບໍ່ມີການຕິດຕໍ່ກັບ ຫາຍາດພີ່ນ້ອງ ແລະ ກໍ່ບໍ່ມີໃຜໄດ້ຮັບຂ່າວ. 

ຈົນມາຮອດເຊົ້າວັນທີ 27 ເມສາ 2015,​ ໄດ້ຮັບການຕິດຕໍ່ຈາກເຈົ້າໜ້າທີ່ ທະນາຄານການຄ້າລາວ ວ່າ ທ້າວ ອະທິວາ ຍັງບໍ່ໄດ້ເຂົ້າມາເຮັດວຽກ ແລະ ຜູ້ກ່ຽວກໍ່ມີຕຳແໜ່ງເປັນ ຜູ້ບໍລິຫານຂອງທະນາຄານ. 

ຫຼັງຈາກທີ່ຜູ້ເປັນແມ່ ຄືນາງ ລຽບ ໄດ້ພະຍາຍາມໂທຫາເບີມືຖືຂອງລູກຊາຍ ແຕ່ບໍ່ມີສັນຍານຕອບຮັບ ແລະ ຕິດຕໍ່ບໍ່ໄດ້.​ຈິ່ງໄດ້ມີການຕິດຕໍ່ຫາ ນາງ ເພັນນິຄົມ ໄຊສິດ ອາຍຸ 50 ປີ ຢູ່ບ້ານເລກທີ່ 162 ໝູ່ 3 ບ້ານຄູນໄໝ ອຳເພີເມືອງ ຈັກຫວັດ ມຸກດາຫານ ທີ່ເປັນພີ່ນ້ອງ. ເຊິ່ງນາງ ເພັນນິຄົມ ໄດ້ບອກວ່າ ຜູ້ກ່ຽວໄດ້ ມາຫາຕົນ ໃນເວລາປະມານ 15:00 ຂອງວັນທີั 2์6 ้ເມສາ ู2015 ແລະ ໄດ້ ອອກໄປ่ກິນເຂົ້າທີ່ຮ້ານອາຫານ ນະລິນ ແລ້ວ ໄປຕໍ່ທີ່ຮ້ານຊີ້ນດາດ ມະໂນລົມ.

ທ່າວ ອະທິວາ ເກດຕະວົງ


ຫຼັງຈາກນ້ັນ ທ້າວ ອະທິວາ ໄດ້ມາສົ່ງນາງເພັນນິຄົມທີ່ບ້ານ ແລະ ໄດ້ເດີນກັບຄືນສະຫວັນນະເຂດ,​ຈິ່ງຄິດວ່າ ລາວໄດ້ກັບໄປຮອດລາວແລ້ວ. ຈົນໄດ້ຮັບໂທລະສັບຈາກຜູ້ເປັນແມ່ຂອງທ້າວ ອະທິວາ, ຈິ່ງໄດ້ເຂົາແຈ້ງ ເຈົ້າໜ້າທີ່ ເມືອງ ມຸກດາຫາ ໃຫ້ຕິດຕາມຫາ.

ຈາກນ້ັນ, ລ້າສຸດ ໃນເວລາ 17:00 ຂອງວັນທີ 27 ເມສາ 2015 ເຈົ້າໜ້າທີ່ຕຳຫຼວດ ໄດ້ພົບເຫັນລົດຄັນດັ່ງກ່າວ ຖືກຈອດປະໄວ້ທີ່ຂ້າງທາງ ລະຫວ່າງ ມຸກດາຫານ-ດອນຕານ ກົງກັນຂ້າມຮ້ານ ອາຫານຕຳນານປ່າ ແຕ່ບໍ່ພົບຜູ້ຂັບຂີ່ລົດ ແລະ ລົດດັ່ງກ່າວ ແມ່ນຖືກລ໋ອກປະຕູໄວ້ .​ເຈົ້າໜ້າທີ່ຈິ່ງໄດ້ນຳເອົາກະແຈສຳຮອງ ຈາກພີ່ນ້ອງມາໄຂ ແລະ ກວດລົດຄັນດັ່ງກ່າວ ພົບເຫັນ ຂໍສາຍຄໍຄຳ ແລະ ຈີ້ພະ ຕົກຢູ່ເບາະຄົນຂັບ ແລະ ມີຄາບເລືອດ ຕິດຕາມເບາະ ຈິ່ງໄດ້ເກັບຫຼັກຖານໄວ້ ເພື່ອສືບສວນຊອກຫາຜູ່ກ່ຽວຕໍ່ໄປ.

ການການສືບສວນເບື່ອງຕົ້ນຈາກຍາດພີ່ນ້ອງຂອງ ທ້າວອະທິວາ ໄດ້ບອກວ່າ ຜູ້ກ່ຽວ ໃສ່ສາຍຄໍຄຳ ແລະ ສາຍແຂນ ມີນ້ຳໜັກລວມກັນປະມານ 10 ບາດ.​ ໃນຕອນທີ່ໄປເລາະ ກິນເຂົ້ານຳກັນ ອາດມີຄົນຮ້າຍ ພົບເຫັນ ແລະຕາມມາຈີ້ເອົາຊັບສິນ ເພາະຜູ້ກ່ຽວມີຄຳ ແລະ ເງິນຫຼາຍສົມຄວນ. ປະຈຸບັນຍັງບໍ່ຮູ້ສະຕາກຳຂອງ ທ້າວອະທິວາ. 

ເຈົ້າໜ້າທີ່ໄດ້ ທຳການກວດສອບກ້ອງວົງຈອນ ໃນເຂດໃກ້ຄຽງ ແລະ ໄດ້ຮຽກຕົວພະນັກງານ ຮ້ານອາຫານ ມາໃຫ້ປາກຄຳ ແລະ ຫາເບາະແສ ຜູ້ສູນຫາຍ ແລະ ຜູ້ກໍ່ເຫດຕໍ່ໄປກ

ພາບແລະຂ່າວ: ຜູ້ຈັດການອ່ອນລາຍ
ແປໂດຍ: ທີມງານປະກາດ







Post Bottom Ad