ບໍ່ຫນ້າເຊື່ອການດື່ມນໍ້າຊາ ມີປະໂຫຍດຫລາຍປານນີ້ພຸ້ນຫວາ ! ຕ້ອງດື່ມທຸກມື້ແລ້ວ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ບໍ່ຫນ້າເຊື່ອການດື່ມນໍ້າຊາ ມີປະໂຫຍດຫລາຍປານນີ້ພຸ້ນຫວາ ! ຕ້ອງດື່ມທຸກມື້ແລ້ວ


8 ປະໂຫຍດຈາກການດື່ມຊາ ທີ່ທ່ານຄວນຮູ້

1. ໃນຊ່ວງທີ່ອາກາດຮ້ອນໆການດື່ມຊາຈະຊ່ວຍໃຫ້ທ່ານຮູ້ສຶກສົດຊື່ນຂຶ້ນໄດ້ ເນື່ອງຈາກໃນໃບຊາມີສານໂພລີຟີນອລ ກົດອະມິໂນ ແລະ ຄາຣໂບໄອເດຣດເມື່ອສານເຫຼົ່ານີ້ເກີດປະກິລິຍາກັບນໍ້າລາຍຈະຊ່ວຍໃຫ້ກະຈາຍຄວາມຮ້ອນສ່ວນເກີນໃນຮ່າງກາຍໄດ້.

2. ຊາເປັນເຄື່ອງດື່ມທີ່ມີທາດອາຫານຢູ່ຫຼາຍຊະນິດທີ່ຊ່ວຍບໍາລຸງຮ່າງກາຍໃຫ້ມີສຸຂະພາບດີ ຊ່ວຍກະຕຸ້ນລະບົບປະສາດ ແລະ ຮ່າງການໃຫ້ເຮັດວຽກໄກ້ຢ່າງມີປະສິດທິພາບເພາະໃບຊາມີສານຄາເຟອິນທີ່ຊ່ວຍກະຕຸ້ນລະບົບປະສາດຊ່ວຍໝຸນວຽນໂລຫິດມີອິດທິພົນຕໍ່ກະບວນການເມຕາບໍລິຊຶມຂອງເຊລໃນຮ່າງກາຍ ແລະ ຍັງມີການໃຊ້ຊາປະສົມກັບຍາແກ້ປວດ ຮັກສາໂລກໄມເກລນ ເພື່ອຊ່ວຍເພີ່ມສິດໃນການຮັກສາ.

3. ການດື່ມຊາເປັນປະຈໍາຈະເຮັດໃຫ້ຮ່າງກາຍມີສຸຂະພາບແຂງແຮງສົດຊື່ນ ຊ່ວຍຂັບສານພິດອອກຈາກຮ່າງກາຍຊ່ວຍຕໍ່ຕ້ານອານຸມູນອິສະລະ ແລະ ມີສ່ວນຊ່ວຍບໍາລຸງຜິວ.

4. ການດື່ມຊານັ້ນຊ່ວຍສະລາຍໄຂມັນ ລົດລະດັບຄໍເລສຕໍລອລ ໂດຍໄປເພີ່ມການຂັບຄໍເລສຕໍລອລໃນຮ່າງກາຍຜ່ານທາງນໍ້າໃນອາຈົມ.


5. ໃນປະເທດຈີນຮູ້ກັນມາແລ້ວວ່າ ຊາຈີນສາມາດຄວບຄຸມການເກີດໂລກຕຸ້ຍໄດ້ ມີສິດຂ້າເຊື້ອໂລກ ຕ້ານຈຸລຊີພ ລົດອາການອັກເສບ ແລະ ຍັງຊ່ວຍລ້າງສານພິດໃນຮ່າງກາຍໄດ້.

6. ຄົນຢີປຸ່ນເຊື່ອວ່າການດື່ມຊາສາມາດຊ່ວຍລົດອາການເກີດໂລກມະເຮງໃນກະເພາະອາຫານເພາະມີສິດຕ້ານອານຸມູນອິສາລະ ແລະ ເສີ່ມສຸຂະພາບ.

7. ຊາຍັງມີສານໄອໂອດີນ ແລະ ຟູອໍໄລດ ເຊິ່ງເປັນສານທີ່ຊ່ວຍປ້ອງກັນພາວະຕ່ອມໄທລອດ ເຮັດວຽກຫຼາຍເກີນໄປຟູອໍໄລດໃນຈໍານວນທີ່ພ່ຽງພໍກັບຄວາມຕ້ອງການຂອງຮ່າງກາຍຈະຊ່ວຍປ້ອງກັນການເຈັບແຂ້ວ ແລະ ຮັກສາກະດູກ.

8. ໃບອ່ອນນໍາມາປຸງແຕ່ງ ແລະ ອົບກິ່ນເປັນໃບຊາສົ່ງໄປຂາຍເປັນສິນຂ້າຕາມປະເທດໃນບ້ານເຮົາເອີ້ນວ່າຕົ້ນມ່ຽງ ສ່ວນຫຼາຍທາງພາກເໜືອຮູ້ຈັກມາດົນແລ້ວ.

Post Bottom Ad