ສປ ຈີນ ສືບຕໍ່ສົ່ງຄະນະຊ່ຽວຊານການແພດ ພ້ອມດ້ວຍອຸປະກອນການແພດຊ່ວຍເຫຼືອ ສປປ ລາວ ໃນການຕ້ານພະຍາດໂຄວິດ-19 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສປ ຈີນ ສືບຕໍ່ສົ່ງຄະນະຊ່ຽວຊານການແພດ ພ້ອມດ້ວຍອຸປະກອນການແພດຊ່ວຍເຫຼືອ ສປປ ລາວ ໃນການຕ້ານພະຍາດໂຄວິດ-19



ສປ ຈີນ ສືບຕໍ່ສົ່ງຄະນະຊ່ຽວຊານການແພດ ພ້ອມດ້ວຍອຸປະກອນການແພດຊ່ວຍເຫຼືອ ສປປ ລາວ ໃນການຕ້ານພະຍາດໂຄວິດ-19 

ໃນວັນທີ 24 ເມສາ 2020 ນີ້, ທີ່ສະໜາມບິນສາກົນວັດໄຕ,​ ນະຄອນຫຼວງວຽງຈັນ ລັດຖະບານຈີນ ໄດ້ສົ່ງຄະນະຊ່ຽວຊານການແພດກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍອຸປະກອນການແພດຈຳນວນໜຶ່ງ ມາຊ່ວຍເຫຼືອ ສປປ ລາວ ອີກຄັ້ງ ເພື່ອຮ່ວມກັນຕ້ານການແຜ່ລະບາດຂອງພະຍາດໂຄວິດ-19.




ໂອກາດນີ້, ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ລັດຖະບານ ກໍຄື ກອງທັບປົດປ່ອຍປະຊາຊົນຈີນ ທີ່ໄດ້ມີຄວາມເປັນຫ່ວງເປັນໃຍ ຕໍ່ລັດຖະບານ ກໍຄືປະຊາຊົນລາວ ບັນດາເຜົ່າເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະກັນ ແບບເພື່ອນມິດສະຫາຍທີ່ໃກ້ຊິດກັນ. ພ້ອມກັນນີ້, ກໍ່ຈະໄດ້ນຳເອົາອຸປະກອນການແພດດັ່ງກ່າວ ໄປແຈກຢາຍໃຫ້ຕາມບັນດາໂຮງໝໍຂອງກອງທັບ, ບັນດາກົມກອງ, ກອງພົນໃຫ່ຍ, ກອງບັນຊາການທະຫານແຂວງ ເພື່ອນໍາໃຊ້ເຂົ້າໃນການຕໍ່ຕ້ານພະຍາດໂຄວິດ-19 ໃຫ້ມີປະສິດທິຜົນດີທີ່ສຸດ.






ສໍາລັບຄະນະຊ່ຽວຊານການແພດກອງທັບປົດປ່ອຍປະຊາຊົນຈີນ ທີ່ເດີນທາງມາຊ່ວຍເຫຼືອ ສປປ ລາວ ໃນຄັ້ງນີ້ ມີທັງໝົດ 5 ທ່ານ ເຊິ່ງຈະໄດ້ໄປປະຈຳການ ຢູ່ໂຮງໝໍ 103,  ພ້ອມນັ້ນ ຍັງມີອຸປະກອນການແພດ ຈຳນວນໜຶ່ງ ເປັນຕົ້ນແມ່ນ: ນໍ້າຢາກວດຫາເຊື້ອໂຄວິດ-19 (PCR) ຈຳນວນ 10.000 ອັນ, ຜ້າປິດປາກ ລຸ້ນ KN 95 10.000 ອັນ, ຜ້າປິດປາກທົ່ວໄປ 30.000 ອັນ, ແວ່ນຕາປ້ອງກັນທາງການແພດ 200 ອັນ, ສົບມືທາງການແພດ 10.000 ຊຸດ, ໝວກສຳລັບຜ່າຕັດ 10.000 ອັນ, ຊຸດນຸ່ງປ້ອງກັນ 10.000 ອັນ, ເຄື່ອງວັດອຸນນະພູມ ( ລຸ້ນແສງອິນຟ້າເລດ ) 100 ອັນ, ເຈວລ້າງມື 1000 ກ່ອງ( ກ່ອງລະ500 ລິດ), ຖັງຂີ້ເຫຍື້ອທາງການແພດ 100 ອັນ  ແລະຕຽງນອນທາງການແພດ 50 ຕຽງ. 



Cr: CRI ຂ່າວ: ນ.ດາ; ພາບ: ທ.ຍາວ



Post Bottom Ad