ສະຫວັນນະເຂດເປີດງານ ສະຫວັນ ສຸກສັນ ຫັນສາ ມີມວນຊົນສົນໃຈເຂົ້າຮ່ວມງານເກີນຄາດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສະຫວັນນະເຂດເປີດງານ ສະຫວັນ ສຸກສັນ ຫັນສາ ມີມວນຊົນສົນໃຈເຂົ້າຮ່ວມງານເກີນຄາດ







ງານເທສະການສະຫວັນ ສຸກສັນຫັນສາ ( SAVAN FUN FEST) ໄດ້ເປີດຂຶ້ນຢ່າງເປັນທາງການ
ໃນຕອນບ່າຍຂອງວັນທີ 22 ພະຈິກ 2019 ຢູ່ທີ່ບໍລິເວນຕະຫຼາດສະ ຫວັນກາງຄືນ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າ ແຂວງສະຫວັນນະເຂດ, ທ່ານ ປອ ໂພໄຊ ໄຊຍະສອນ ຮອງ ເຈົ້າແຂວງ, ມີບັນດາການນຳ ຂອງແຂວງ, ພະແນກການ ອ້ອມຂ້າງ, ນະຄອນ, ເມືອງ ຕະຫຼອດຮອດມວນຊົນໃນນະ ຄອນໄກສອນ ພົມວິຫານ ແລະ ເມືອງໃກ້ຄຽງເຂົ້າຮ່ວມ. ພິເສດ ຍັງມີທ່ານກົງສູນໃຫຍ່ແຫ່ງ ສ.ສ ຫວຽດນາມ ແລະກົງສູນ ໃຫຍ່ແຫ່ງລາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ ພ້ອມດ້ວຍແຂກທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມ.


ໃນພິທີ ທ່ານ ປອ ແສງ ທອງ ວັງແກ້ວມະນີ ເຈົ້ານະ ຄອນໄກສອນ ພົມວິຫານ ກໍ່ໄດ້ ກ່າວລາຍງານການກະກຽມ ງານຄັ້ງນີ້ວ່າ: ການຈັດງານຄັ້ງ ນີ້ ເພື່ອເປັນການຕ້ອນຮັບປີ ທ່ອງທ່ຽວ ລາວ-ຈີນ 2019 ແລະທັງເປັນການໂຄສະນາ ແຫຼ່ງທ່ອງທ່ຽວຂອງແຂວງ ສະຫວັນນະເຂດ ໂດຍສະເພາະ ແມ່ນເຂດຕົວເມືອງເກົ່າສະ ໄໝຝຣັ່ງ ເພື່ອດຶງດູດນັກທ່ອງ ທ່ຽວທັງພາຍໃນ ແລະຕ່າງປະ ເທດ ເຂົ້າມາທ່ອງທ່ຽວພາຍ ໃນແຂວງສະຫວັນນະເຂດ ໃຫ້ຫຼາຍຂຶ້ນ, ສະນັ້ນນະຄອນ ໄກສອນ ພົມວິຫານ ໄດ້ສົມ ທົບກັບການນໍາຂອງແຂວງ ສະຫວັນນະເຂດ, 

ພະແນກຖະ ແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ກຸ່ມທຸລະ ກິດທ່ອງທ່ຽວ ແຂວງສະຫວັນ ນະເຂດ ຈັດງານສະຫວັນສຸກ ສັນຫັນສາຂຶ້ນໃນມື້ນີ້ທີ່ຕະຫຼາດ ສະຫວັນກາງຄືນນະຄອນ ໄກ ສອນ ພົມວິຫານ, ເຊິ່ງເປັນການ ສົ່ງເສີມການທ່ອງທ່ຽວຕິດ ພັນກັບການອະນຸລັກຕົວເມືອງ ເກົ່າ, ຕົວເມືອງ ເກົ່າສະຫວັນນະ ເຂດແຫ່ງນີ້ ເຄີຍຜ່ານສະໄໝ ເປັນອານານິຄົມຝຣັ່ງເສດໃນ ທ້າຍສະຕະວັດທີ 19, ຜູ້ສຳເລັດ ລາຊະການອິນດູຈີນຝຣັ່ງເສດ ໄດ້ມີດຳລັດ ສະບັບລົງວັນທີ 6 ກຸມພາ ຄສ 1899 ໄດ້ສະຖາປະນາເປັນແຂວງສະຫວັນນະເຂດ ແລະຍ້າຍທີ່ວ່າການ ປົກຄອງຈາກບ້ານໂພນສິມມາ ຢູ່ບ້ານທ່າແຮ່, ບັນດາອາ ຄານ, ບ້ານເຮືອນ, ສຳນັກງານ ທາງລາຊະການ, ຮ້ານຄ້າ, ໂຮງສີເຂົ້າ, ໂຮງໄຟຟ້າ,ໂຮງ ຮູບເງົາ, ຕະຫຼາດ, ສູນອຳນວຍ ການເສດຖະກິດ, ການເມືອງ, ການປົກຄອງ, ການທະຫານ, 


ວັດທະນະທຳສັງຄົມແບບ ຕາເວັນຕົກໂບດຄາໂຕລິກ ແລະອື່ນໆ ທີ່ປຸກສ້າງດ້ວຍສະ ຖາປັດຕະຍະກໍາຂອງຝຣັ່ງເສດ ໄດ້ປາກົດຕົວຂື້ນຢ່າງຫຼວງ ຫຼາຍ, ປົນເປກັບເຮືອນຊົງລາວ, ວັດວາອາຮາມ ແລະວິຖີຊີວິດ ວັດທະນະທຳຫຼາຍສີສັນອັນເດັ່ນແມ່ນການຈັດລະບົບຜັງ ເມືອງທີ່ທັນສະໄໝແບບຢູຣົບ ໄດ້ກາຍເປັນຮາກຖານທີ່ໝັ້ນ ຄົງແໜ້ນໜາຂອງຕົວເມືອງ ແຫ່ງນີ້, ຈົນຮອດປີ 1954 ອໍານາດອານານິຄົມແບບຝຣັ່ງ ກໍ່ໝົດອິດທິພົນລົງ. ຈາກນັ້ນບັນ ດາອາຄານ, ສໍານັກງານເຫຼົ່າ ນັ້ນກໍ່ຖືກປັບປຸງນໍາໃຊ້ເປັນສຳ ນັກງານຮັບໃຊ້ທາງລາຊະ ການຂອງລັດຖະບານສະໄໝ ລາ ຊະອານາຈັກລາວ.


ງານເທສະການ-ສະ ຫວັນສຸກສັນຫັນສາ-ຈັດຂຶ້ນໃນ ລະຫວ່າງວັນທີ 22-24 ພະ ຈິກ 2019. ຊຶ່ງມີການໂຄສະນາປະ ຊາສໍາພັນຈຸດປະສົງ ແລະກິດ ຈະກໍາຂອງງານ. ງານຂອງ ພວກເຮົາມີການອອກຫ້າງ ຮ້ານຈຳໜ່າຍຜະລິດຕະພັນໂອ ດັອບຂອງຊາວບ້ານ,ພ້ອມທັງ ສິນຄ້າຈາກພາຍໃນ ແລະ ຕ່າງປະເທດ, ມີກິດຈະກຳ ຈຳລອງຄືນວິຖີຊີວິດ, ວັດທະ ນະທໍາ, ຮີດຄອງປະເພນີຂອງ ຄົນລາວຢູ່ຕົວເມືອງເກົ່າ, ມີການພົບປະແລກປ່ຽນສິລະປະ ການສະແດງຟ້ອນ, ຮ້ອງ, ລຳ, ສະແດງດົນຕີຂອງສິລະປິນ ພາຍໃນ ແລະຕ່າງປະເທດ, ການຖ່າຍພາບທີ່ລະນຶກ, ການ ຊົມພາບວາດ, ພາບຖ່າຍຕົວ ເມືອງເກົ່າ, ຮູບເງົາສະໄໝ ເກົ່າ, ສະໄໝໃໝ່, ໜັງປະຫລັດ ຕື້, ການສະແດງແບບການນຸ່ງ ຖືຂອງເຜົ່າຕ່າງໆທີ່ເປັນເອ ກະລັກຂອງແຂວງຈາກກຸ່ມ ບ້ານຕ່າງໆ ແລະຜູ້ເຂົ້າຮ່ວມ ງານ, ມີການຈັດຂະບວນຍ່າງ, ຈັດແຂ່ງຂັນກິລາປະເພດຕ່າງໆ ແລະການຊື້, ການຊີມອາຫານ ລົດຊາດຕ່າງໆ, ການບໍລິການ ຂີ່ສາມລໍ້ລົດຖີບ, ລົດຖີບ, ລົດ ຈັກ, ລົດຍົນລຸ້ນເກົ່າໆ, ເລາະ ຊົມຕົວເມືອງເກົ່າ, ການເຊີດ ສິງໂຕຂອງສະມາຄົມຈີນ, 
ປີນີ້ກໍ່ແມ່ນປີສົ່ງເສີມການທ່ອງ ທ່ຽວ ລາວ-ຈີນ, ການຈັດສໍາມະນາກ່ຽວກັບສະຖາປັດຮ່ວມສະໄໝລາວ-ຢູໂຣບ, ການດຳ ເນີນທຸລະກິດໃນເຂດຕົວເມືອງ ເກົ່າ, ການສາທິດການຂົ້ວ ກາເຟພື້ນເມືອງ ແລະອື່ນໆ.


ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນ ນະເຂດ ປະທານຈັດງານຄັ້ງນີ້ ກໍ່ໄດ້ຍົກໃຫ້ເຫັນກ່ຽວກັບການ ຈັດງານຄັ້ງນີ້ວ່າ: ເພື່ອແນໃສ່ ສົ່ງເສີມການທ່ອງທ່ຽວໃນໂອ ກາດທີ່ລັດຖະບານ ສປປລາວ ເປີດປີທ່ອງທ່ຽວລາວ-ຈີນ 2019 ແລະການທ່ອງທ່ຽວ ເຂດຕົວ ເມືອງເກົ່າ ໃຫ້ມີຄວາມ ຫຼາກຫຼາຍສີສັນທັງເປັນການ ກະຕຸກຊຸກຍູ້ການທ່ອງທ່ຽວ ພາຍໃນໃຫ້ຫຼາຍຂື້ນ, ເຊິ່ງມາ ຮອດປະຈຸບັນມີນັກທ່ອງທ່ຽວ ຈາກ ສ.ປ ຈີນ ເຂົ້າມາທ່ຽວ ສະຫວັນນະເຂດ ໃນ 10 ເດືອນ (1-10) ມີຈຳນວນ 1.799 ຄົນ. ນະໂອກາດເຂົ້າຮ່ວມງານ ເທສະການ ສະຫວັນ ສຸກສັນ ຫັນສາ ຂໍເຊີນຊວນບັນດາແຂກ ທີ່ຖືກເຊີນທັງພາຍໃນ ແລະ ຕ່າງປະເທດທຸກທ່ານທີ່ມາ ຮ່ວມງານ ຈົ່ງພ້ອມກັນທ່ຽວ ຊົມ, ຊີມອາຫານ ພາຍໃນງານ ດ້ວຍຄວາມ ເບີກບານມ່ວນຊື່ນ ຈາກນັ້ນກໍ່ຊົມການສະແດງສີ ລະປະທີ່ມີຫຼາຍສີສັນ ທີ່ເປັນເອກະລັກຂອງປະຊາຊົາບັນດາເຜົ່າຂອງແຂວງ ສະຫວັນນະເຂດ.


ຈາກນັ້ນ ເຈົ້າແຂວງສະ ຫວັນນະເຂດ ກໍ່ໄດ້ເປັນກຽດ ຕັດແຖບຜ້າເປີດງານຢ່າງເປັນ ທາງການ, ພ້ອມທັງໄດ້ລົງສຳ ຜັດກິດຈຳກຳໃນງານຄັ້ງນີ້ ພ້ອມດ້ວຍມວນຊົນໄດ້ເຂົ້າ ຮ່ວມງານຢ່າງຄັບຄາໜາ ແໜ້ນ./.

Post Bottom Ad