ທຳລາຍໄກ່ 300 ໂຕທີ່ລັກລອບນຳເຂົ້າບໍ່ຖືກຕ້ອງ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ທຳລາຍໄກ່ 300 ໂຕທີ່ລັກລອບນຳເຂົ້າບໍ່ຖືກຕ້ອງ






ເຈົ້າໜ້າທີ່ພະແນກຕຳຫຼວດສິ່ງແວດລ້ອມ ຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ ໄດ້ຈັດພິທີທຳລາຍສັດປີກ ປະ ເພດໄກ່ ຈຳນວນ 300 ໂຕທີ່ລັກລອບນຳເຂົ້າບໍ່ຖືກຕ້ອງຈາກປະເທດໄທ ເພື່ອມາຈຳໜ່າຍໃນຕະຫຼາດແຫ່ງຕ່າງໆໃນເທດບານເມືອງທ່າແຂກ ແຂວງຄຳມ່ວນ.
ພັທ ວຽງສີ ທຸມມະວົງ ຫົວໜ້າພະແນກຕຳຫຼວດສິ່ງແວດລ້ອມແຂວງຄຳມ່ວນ ໃຫ້ຮູ້ວ່າ: ສັດປີກດັ່ງກ່າວ ແມ່ນຢຶດໄດ້ຈາກທ້າວ ຕຽງ ອາຍຸ 45 ປີ ແລະ ນາງ ບຸນຖຳ ອາຍຸ 54 ປີ ເປັນຜົວ-ເມຍກັນ ຢູ່ບ້ານໂພໄຊ ເມືອງທ່າແຂກ, ເຊິ່ງເປັນຜູ້ທີ່ລັກລອບນຳເອົາສັດປີກເຂົ້າ ໂດຍບໍ່ຖືກຕ້ອງຕາມກົດໝາຍ ໂດຍນຳໃຊ້ລົດຮຸນໄດສີຂາວໝາຍເລກທະບຽນ 1090 ຄຳມ່ວນ ລັກລອບຂົນ-ສົ່ງສັດປີກ ປະເພດໄກ່ຈຳນວນ 300 ໂຕຈາກທ່າເຮືອບ້ານປາກເປັ່ງ ເມືອງທ່າແຂກ ເພື່ອນຳໄປຂາຍຢູ່ຕະຫຼາດພາຍໃນເທດສະບານເມືອງ; ພໍມາຮອດເວລາ 10:00 ໂມງ ຂອງວັນທີ 19 ພະຈິກ 2019 ຈຶ່ງຖືກເຈົ້າໜ້າທີ່ຕຳຫຼວດເຂົ້າກັກຕົວຢູ່ເຂດບ້ານດົງໃຕ້ ເມືອງທ່າແຂກ ໄປດຳ ເນີນຄະດີຕາມກົດໝາຍ.

ຜ່ານການສອບສວນພວກກ່ຽວຮັບສາລະພາບວ່າ: ໄດ້ເຄື່ອນໄຫວຄ້າ-ຂາຍ ສັດປິກທີ່ລັກລອບນຳເຂົ້າມາຈາກປະເທດໄທ ມາຫຼາຍຄັ້ງແລ້ວ ເພື່ອນຳໄປຂາຍຕໍ່ໃຫ້ແມ່ຄ້າຕາມທ້ອງຕະຫຼາດໃນຂອບເຂດຕົວເມືອງ ໂດຍສັດປີກ ປະເພດໄກ່ທັງໝົດນັ້ນແມ່ນຊື້ມາຈາກປະຊາຊົນຢູ່ແຂວງນະຄອນພະນົມ ປະເທດໄທ ພາຍຫຼັງຊື້ໄກ່ມາໄດ້ແລ້ວກໍຂົນລົງໃສ່ເຮືອຂ້າມມາຂຶ້ນຢູ່ເຂດບ້ານປາກເປັ່ງ ຕໍ່ຜູ້ກະທຳຜິດນີ້ ເຈົ້າໜ້າທີ່ໄດ້ດຳເນີນການສຶກສາອົບຮົມກ່າວເຕືອນຕາມລະບຽບກົດໝາຍ.

Post Bottom Ad