ສາມນາຍົກລັດຖະມົນຕີ CLV ພົບປະແບບບໍ່ເປັນທາງການທີ່ບາງກອກ, ປະເທດໄທ:
ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34, ທີ່ ບາງກອກ, ຣາຊະອານາຈັກໄທ, ໃນຕອນເຊົ້າຂອງວັນທີ 23 ມິຖຸນາ 2019 ຜ່ານມາ, ໄດ້ມີການຮັບປະທານອາຫານເຊົ້າ ແລະ ພົບປະແບບບໍ່ເປັນທາງການ ລະຫວ່າງ ສາມນາຍົກລັດຖະມົນຕີ ກຳປູເຈຍ-ລາວ-ຫວຽດນາມ (CLV), ຕາມຄໍາເຊີນຂອງນາຍົກລັດຖະມົນຕີຫວຽດນາມ.
ໃນໂອກາດນີ້, ພະນະທ່ານ ນາຍົກລົດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈທີ່ ພະນະທ່ານນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ເຊື້ອເຊີນເຂົ້າຮ່ວມພົບປະສາມນາຍົກ CLV ໃນຄັ້ງນີ້ ແລະ ໄດ້ສະແດງຄວາມດີໃຈທີ່ໄດ້ພົບກັບ ພະນະທ່ານ ຫງວຽນ ຊວັນ ຟຸກ ແລະ ສົມເດັດ ຮຸນແຊນ ອີກຄັ້ງ ຊຶ່ງສະແດງໃຫ້ເຫັນເຖິງຄວາມຮັກແພງ ແລະ ຄວາມສາມັກຄີແບບພິເສດ ທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງ ສາມປະເທດ.
ໃນການພົບປະຄັ້ງນີ້, ສາມນາຍົກລັດຖະມົນຕີໄດ້ທົບທວນຄືນການຮ່ວມມື ລະຫວ່າງ ສາມປະເທດ ໃນຂອບ CLV ຊຶ່ງກວມເອົາການຮ່ວມມືໃນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ອື່ນໆ.
ພ້ອມນີ້, ຍັງໄດ້ມີການປຶກສາຫາລືການພົວພັນຮ່ວມມືນໍາກັນໃນຕໍ່ຫນ້າ ລະຫວ່າງສາມປະເທດ ແລະ ແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ໃນຕອນທ້າຍຂອງການພົບປະໂອ້ລົມ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງອວຍພອນໃຫ້ສາຍພົວພັນມິດຕະພາບແບບພິເສດ ລະຫວ່າງ ສາມຊາດ ລາວ-ຫວຽດນາມ-ກໍາປູເຈຍ ທີ່ມີມາແຕ່ດົນນານ ຈົ່ງໝັ້ນຄົງທະນົງແກ່ນ, ພ້ອມທັງອວຍພອນໃຫ້ສອງນາຍົກລັດຖະມົນຕີຫວຽດນາມ ແລະ ກຳປູເຈຍ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ໃນຄັ້ງນີ້.
Lao National Radio