ກົມຕໍາຫຼວດຈະລາຈອນ ຝຶກອົບຮົມການນຳໃຊ້ກ້ອງຈັບຄວາມໄວ ແລະ ບັງຄັບໃຊ້ກົດໝາຍ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ກົມຕໍາຫຼວດຈະລາຈອນ ຝຶກອົບຮົມການນຳໃຊ້ກ້ອງຈັບຄວາມໄວ ແລະ ບັງຄັບໃຊ້ກົດໝາຍ




ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຈັດຊຸດຝຶກອົບຮົມສ້າງຄູຝຶກນໍາໃຊ້ກ້ອງຈັບຄວາມໄວ, ການສຶກສາອົບຮົມ ແລະ ການບັງຄັບໃຊ້ ກົດໝາຍ, ໃນລະຫວ່າງວັນທີ 13-15 ພຶດສະພາ 2019 ເປັນປະທານໂດຍ ພັທ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕໍາ ຫຼວດຈະລາຈອນ, ມີ ທ່ານ ດຣ ຊູຮີ ຜູ້ ຈັດການໃຫຍ່ ເພື່ອຄວາມປອດໄພສາກົນ ຈາກປະເທດອົດສະຕຣາລີ, ມີຜູ້ຕາງໜ້າຈາກກະຊວງ ຍທຂ ແລະ ຕໍາຫຼວດຈະລາຈອນເຂົ້າຮ່ວມ.

ພັທ ຄໍາເຫຼັກ ໄຊຍະສິດ ກ່າວວ່າ: ໃນປີຜ່ານມາ ສປປ ລາວ ໄດ້ເກີດອຸບັດຕິ ເຫດທາງທ້ອງຖະໜົນຈາກການນໍາໃຊ້ຄວາມໄວແມ່ນມີອັດຕາສູງ. ສະນັ້ນ, ຖ້າມີການກວດຈັບຄວາມໄວ ແລະ ການບັງຄັບໃຊ້ກົດໝາຍທີ່ຖືກຕ້ອງຈະສາມາດຫຼຸດຜ່ອນບັນຫາອຸບັດຕິເຫດລົງໄດ້. ເຊິ່ງການຝຶກອົບຮົມຄັ້ງນີ້ແມ່ນໄດ້ຮັບການຊ່ວຍເຫຼືອກ້ອງຈັບຄວາມໄວຈາກປະເທດອົດສະຕຣາລີ ຈໍານວນ 121 ເຄື່ອງ, ແຕ່ເຈົ້າໜ້າທີ່ຝ່າຍ ສປປ ລາວ ຍັງບໍ່ທັນຮູ້ການນໍາທີ່ແນ່ນອນ ສະນັ້ນ ຈຶ່ງເຊີນເອົາຊ່ຽວຊານຈາກປະເທດທີ່ກ່ຽວຂ້ອງມາຝຶກອົບຮົມໃຫ້; ເຊິ່ງບົດຮຽນທີ່ນຳມາຝຶກອົບຮົມທັດສະນາສາ ກົນຕໍ່ວຽກງານຄວາມປອດໄພທາງຖະ ໜົນ, ຄວາມໄວ ແລະ ຜົນກະທົບຕໍ່ການ ເກີດອຸບັດຕິເຫດ, ການນໍາໃຊ້ອຸປະກອນ ຄວາມໄວ, ທັດສະນະການປະເມີນຜົນ, ຕັ້ງຈຸດກວດກາທາງຖະໜົນ ແລະ ສ້າງແຜນ ເພື່ອດໍາເນີນຄວາມໄວພາກສະໜາມ.
ພາຍຫຼັງສໍາເລັດຝຶກອົບຮົມພາກທິດສະດີ ຈະມີການລົງປະຕິບັດພາກສະ ໜມຕົວຈິງ, ສໍາລັບຜູ້ທີ່ຮັບການຝຶກ ອົບຮົມໃນຄັ້ງນີ້ ຈະເປັນຄູຝຶກໃຫ້ພະ ແນກຕໍາຫຼວດຈະລາຈອນ ໃນຂອບເຂດ ທົ່ວປະເທດຕໍ່ໄປ.

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad