3 ບ່າວນາຊາຍທອງ ລັກສາຍໄຟໄປປອກຂາຍເອົາເງິນໃຊ້ຈ່າຍຟຸມເຟືອຍ! ເຈົ້າໜ້າທີ່ຈັບໄດ້ ສະຫຼຸບສຳນວນໃຫ້ໄອຍະການກຽມສັ່ງຟ້ອງສານ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

3 ບ່າວນາຊາຍທອງ ລັກສາຍໄຟໄປປອກຂາຍເອົາເງິນໃຊ້ຈ່າຍຟຸມເຟືອຍ! ເຈົ້າໜ້າທີ່ຈັບໄດ້ ສະຫຼຸບສຳນວນໃຫ້ໄອຍະການກຽມສັ່ງຟ້ອງສານ






ໄລຍະເດືອນມີນາ 2019 ເປັນຕົ້ນມາ ມີຄົນຮ້າຍລັກຕັດສາຍໄຟຫົວລົດໄຟເກົ່າ (ຍັງໃຊ້ງານໄດ້) ຂອງບໍລິສັດກໍ່ສ້າງທາງລົດໄຟລາວ-ຈີນ ທີ່ເອົາໄປເກັບມ້ຽນໄວ້ຢູ່ໃນສະໜາມຜະລິດຄານຂົວ ຕັ້ງຢູ່ບ້ານສົງເປືອຍໃຕ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ສາຍໄຟແມ່ນຖືກ ເສຍຫາຍຢ່າງຫຼວງຫຼາຍຕາມການແຈ້ງຄວາມຂອງບໍລິສັດກໍ່ສ້າງທາງລົດໄຟລາວ-ຈີນຢູ່ຈຸດດັ່ງກ່າວ.

ວັນທີ 19 ເມສາ 2019 ຈຶ່ງພົບເຫັນຄົນຮ້າຍ 2 ຄົນ ໄດ້ເຂົ້າໄປຕັດສາຍໄຟຢູ່ຈຸດເກົ່າ. ຈາກນັ້ນ, ເຈົ້າໜ້າທີ່ໄດ້ກັກຕົວພວກກ່ຽວໄວ້ ມີ ທ້າວ ສຸກສັນ ອາຍຸ 24 ປີ ຢູ່ບ້ານສີສະຫວາດ ແລະ ທ້າວ ວັນ ອາຍຸ 27 ປີ ຢູ່ບ້ານສີສະຫວາດ ທັງ 2 ຂຶ້ນກັບເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລ້ວສົ່ງໃຫ້ກອງຄະດີອາຍາ ປກສ ເມືອງນາຊາຍທອງ ດໍາເນີນການສອບສວນ.
ຜ່ານການສອບສວນ, ພວກກ່ຽວໄດ້ຊັດທອດຫາຜູ້ຮ່ວມຂະບວນການນໍາກັນອີກ 1 ຄົນ ຊື່ ທ້າວ ໄພວັນ ຫຼື ນ້ອຍ ອາຍຸ 28 ປີ ຢູ່ບ້ານສີສະຫວາດ ເມືອງນາຊາຍທອງ ເຈົ້າໜ້າທີ່ ຈຶ່ງຕິດຕາມຈັບຕົວໄດ້ໃນວັນທີ 3 ພຶດສະພາ 2019. 



ກອງຄະດີອາຍາ ປກສ ເມືອງນາຊາຍທອງ ໃຫ້ຮູ້ວ່າ: ໃນເວລາ 12 ໂມງ ຂອງວັນທີ 7 ເມສາ 2019 ທ້າວ ສຸກສັນ ໄດ້ໄປລັກຕັດເອົາສາຍໄຟຫົວລົດໄຟຂອງບໍລິສັດກໍ່ສ້າງທາງລົດໄຟລາວ-ຈີນ ທີ່ເອົາໄປເກັບຮັກສາໄວ້ຢູ່ຈຸດສະໜາມຜະລິດຄານຂົວ ທີ່ບ້ານສົງເປືອຍໃຕ້ ເມືອງນາຊາຍທອງ (ໄປຄົນດຽວ), ໂດຍໃຊ້ພ້າຕັດເອົາສາຍໄຟທີ່ເປັນທອງເຫຼືອງຢູ່ກ້ອງຕູ້ຫົວລົດໄຟ ຈໍານວນ 6 ເສັ້ນ ແລະ ອີກ 1 ເສັ້ນ ເປັນສາຍໄຟຂອງເຄື່ອງຈັກເຄນຍົກນ້ໍາໜັກ ແລ້ວໃສ່ເປົາໄປໃສ່ລົດຈັກທີ່ຈອດຢູ່ເຂດດັ່ງກ່າວໄປໄວ້ຢູ່ເຮືອນ.
ມື້ຕໍ່ມາ, ໄດ້ຈ້າງ ທ້າວ ວັນ ເຊິ່ງເຮືອນຢູ່ໃກ້ກັນປອກເປືອກຢາງຫຸ້ມທອງອອກຊ່ວຍ, ແລ້ວໃຫ້ ທ້າວ ວັນ ເອົາຢາງທີ່ປອກອອກນັ້ນໄປຈຸດຖິ້ມຢູ່ປ່າແຄມເຮືອນ. ຈາກນັ້ນ; ພວກກ່ຽວໄດ້ເອົາທອງຈາກສາຍໄຟໄປຂາຍໃຫ້ຮ້ານຊື້-ຂາຍເຫຼັກເສດຢູ່ບ້ານຫ້ວຍນ້ໍາເຢັນ ເມືອງນາຊາຍທອງ ຂາຍໂລລະ 35.000 ກີບ, ໄດ້ນ້ໍາໜັກທັງໝົດ 80 ກິໂລກຼາມ ໄດ້ເງິນ 2.800.000 ກີບ ແລ້ວໄດ້ເອົາເງິນໃຫ້ ທ້າວ ວັນ ຈໍານວນ 80.000 ກີບ. ສ່ວນທີ່ເຫຼືອແມ່ນ ທ້າວ ສຸກສັນ ເອົາໄປ ຈ່າຍຫຼິ້ນກິນຈົນໝົດ. ມາຮອດເວລາປະມານ 21:00 ໂມງ ຂອງວັນທີ 19 ເມສາ 2019 ທ້າວ ສຸກສັນ ແລະ ທ້າວ ວັນ ໄດ້ພາກັນໄປລັກເອົາສາຍໄຟຢູ່ສະຖານທີ່ດັ່ງກ່າວນັ້ນອີກ, ພໍໄປຮອດກຽມຈະລົງມືລັກ ກໍຖືກເຈົ້າໜ້າທີ່ປ້ອງກັນຢູ່ສະຖານທີ່ດັ່ງກ່າວນັ້ນຈັບຕົວໄດ້ກ່ອນ.

ພວກກ່ຽວຍັງສາລະພາບວ່າ: ນັບແຕ່ບໍລິສັດກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ເອົາຫົວລົດໄຟມາໄວ້ໃໝ່ນັ້ນ, ໄດ້ພາກັນໄປລັກຕັດເອົາສາຍໄຟຂອງຫົວລົດໄຟ ໂດຍໃຫ້ ທ້າວ ໄພວັນ ລໍຖ້າຢູ່ນອກເພື່ອແນມທາງ, ແຕ່ລະຄັ້ງໄດ້ລັກຕັດເອົາຄັ້ງລະ 3-5 ເສັ້ນ ຍາວປະມານ 4-5 ແມັດ ແລ້ວເອົາໄປປອກເປືອກຢູ່ໃນປ່າຂ້າງສະຖານທີ່ລັກສາຍໄຟ, ເມື່ອປອກແລ້ວ ກໍໃຫ້ ທ້າວ ວັນ ເອົາໄປຂາຍຢູ່ຮ້ານຊື້-ຂາຍເຫຼັກເສດຢູ່ບ້ານຫ້ວຍນ້ໍາເຢັນ ໄດ້ເງິນແລ້ວກໍແບ່ງກັນ. ນອກນັ້ນ, ທ້າວ ສຖກສັນ ຍັງໄດ້ຮັບສາລະພາບອີກວ່າ: ຜ່ານມາໄດ້ໄປລັກຕັດເອົາສາຍໄຟຂອງຫົວລົດໄຟ ແລະ ເຫຼັກປະເພດຕ່າງໆທີ່ເປັນອຸປະກອນປະກອບເຂົ້າໃນການກໍ່ສ້າງທາງລົດໄຟ ຈໍານວນ 18 ຄັ້ງ, ເຊິ່ງລັກເອົາຄັ້ງລະປະມານ 25 ກິໂລກຼາມ. ຄະດີດັ່ງກ່າວ, ເຈົ້າໜ້າທີ່ພວມດໍາເນີນການສອບສວນ ເພື່ອສະຫຼຸບສໍານວນຄະດີສົ່ງໃຫ້ໄອຍະການປະຊາຊົນ ສັ່ງຟ້ອງສານຕັດສິນຕາມກົດໝາຍ.




_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad