ອຸບັດຕິເຫດລົດໃຫຍ່ ປະທະກັນ ທີ່ບ້ານຫນອງດາ ເມືອງສີໂຄດ ນະຄອນຫລວງວຽງຈັນ ບາດເຈັບສົມຄວນ. - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ອຸບັດຕິເຫດລົດໃຫຍ່ ປະທະກັນ ທີ່ບ້ານຫນອງດາ ເມືອງສີໂຄດ ນະຄອນຫລວງວຽງຈັນ ບາດເຈັບສົມຄວນ.



ລົດໃຫຍ່ຕີດພາຍໃນ2ຄົນ ບາດເຈັບສົມຄວນ

-----------------------------------------

ວັນທີ29/04/2019ເວລາ04:49ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງ ຂໍຄວາມຊ່ວຍເຫລືອ ຈາກຫນ່ວຍກູ້ໄພພັດທະນາຜາສຸກ ວ່າມີ ເຫດລົດໃຫຍ່+ລົດໃຫຍ່ຕີດພາຍໃນລົດ2ຄົນ ຈຸດເກີດເຫດ ບ້ານຫນອງດາ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ

ພໍຫນ່ວຍກູ້ໄພມູນນິທິ ອອກກວດສອບ ໄດ້ພົບ ຜູ້ບາດເຈັບ 2ຄົນ ເພດຊາຍ2ຄົນ ຕິດພາຍໃນລົດບໍ່ສາມາດອອກໄດ້ ທາງຫນ່ວຍງານເຮົາຈື່ງ ນຳໃຊ້ອຸປະກອນ ຕັດ-ຖ່າງ ເພື່ອນຳຄົນເຈັບອອກມາ ໃຊ້ເວລາປະມານ 10ນາທີກໍ່ສາມາດນຳອອກມາໄດ້

ຜູ້ທີ1 ເພດຊາຍ ອາຍຸ26ປີ ບ້ານ ຫ້ອມ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ອາການເບື້ອງຕົ້ນແມ່ນ ຫນ້າແຂ່ງຂວາຫັກ,ມີບາດເປີດໃຫຍ່ຢູ່ຫລັງຕີນຊ້າຍ,ແລະຫນ້າແຂ່ງຂວາ ຄາງຈີກ,ມີສະຕີດີ

ຜູ້ທີ2 ເພດຊາຍ ອາຍຸ 25ປີ ບ້ານ ເກົ້າລ້ຽວ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ

ອາການເບື້ອງຕົ້ນແມ່ນ ມີບາດເປີດໃຫຍ່ຢູ່ຂໍ້ຂາຊ້າຍແລະກະດູກຂາຊ້າຍແຕກ ຝາມືເບື້ອງຊ້າຍຈີກ,ມີສະຕີດີ
ດັ່ງນັ້ນໜວ່ຍກູ້ໄພມູນນີທີຈື່ງປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໜໍ ມິດຕະພາບ150ຕຽງ

ຈັງໃດກະໃຫ້ມີສະຕິທຸກຄັ້ງໃນການຂັບຂີ່ລົດແນ່ເດີ້ພີ່ນ້ອງ.
ທີ່ມາ: 1623










________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ






Post Bottom Ad