ກູ້ໄພນໍາສົ່ງຄົນເຈັບໄປໂຮງໝໍດ່ວນ ຍ້ອນຖືກຟ້າຜ່າ ຢູ່ບ້ານບາໂນ ເມືອງໄຊເສດຖາ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ກູ້ໄພນໍາສົ່ງຄົນເຈັບໄປໂຮງໝໍດ່ວນ ຍ້ອນຖືກຟ້າຜ່າ ຢູ່ບ້ານບາໂນ ເມືອງໄຊເສດຖາ



ນະຄອນຫຼວງວຽງຈັນ: ລາຍງານຈາກ 1624 ໃຫ້ຮູ້ວ່າ ໃນວັນທີ13 ພຶດສະພາ 2019 ເວລາປະມານ 14:15ນາທິ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີຄົນຖືກຟ້າຜ່າ ຢູ່ບ້ານນາໂນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ



ທີມກູ້ຊີບ-ກູ້ໄພນະຄອນຫຼວງຈື່ງອອກກວດສອບເຫດພົບເຫັນຄົນເຈັບ 1 ຄົນ, ເປັນເພດຊາຍອາການເບື້ອງຕົ້ນແມ່ນ ເໜັງຕີງບໍ່ໄດ້, ເມື່ອຍ. ປະຊາຊົນ ພາກັນໃຊ້ຊາຍຖົມປະຄີງໄວ້ ເຊິ່ງເປັນການເຊື່ອວ່າ ດິນຈະຊ່ວຍດູດເອົາກະແສໄຟຟ້າທີ່ຜ່າລົງໄປດິນ.



ຈາກນັ້ນ,  ທີມກູ້ຊີບ-ກູ້ໄພນະຄອນຫຼວງຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍ ມິດຕະພາບ 150 ຕຽງ.

ລາຍງານໂດຍ: 1623







_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad