ລົດຈັກຕໍາກັບກະບະຈົນລົດບຸ້ມ ເຈັບ 1 ຄົນ ທາງໜອງດ້ວງ 25/5/19 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລົດຈັກຕໍາກັບກະບະຈົນລົດບຸ້ມ ເຈັບ 1 ຄົນ ທາງໜອງດ້ວງ 25/5/19


ນະຄອນຫຼວງວຽງຈັນ: ລາຍງານອຸບັດຕິເຫດ ຈາກ ໜ່ວຍກູ້ໄພມູນນິທິຈີນ 1628 ໃຫ້ຮູ້ວ່າ ໃນວັນເສົາ ວັນທີ 25 ພຶດສະພາ 2019 ເວລາ 10:50 ນາທີ ໄດ້ຮັບແຈ້ງເຂົ້າເບີສຸກເສີນ 1628 ວ່າມີ ອຸບັດຕິເຫດ ລົດຈັກຕໍາກັບລົດກະບະ ເຂດບ້ານໜອງບົວທອງ ເມືອງສີໂຄດຕະບອງ ນະຄອນຫຼວວຽງຈັນ.




ໜ່ວຍກູ້ໄພມູນນິທິຈີນໄດ້ອອກກວດສອບເຫດພົບເຫັນເປັນປະເພດລົດກະບະ ແລະ ລົດຈັກ ມີຜູ້ບາດເຈັບ 1 ຄົນເປັນເພດຍິງ ອາການເບື້ອງຕົ້ນແມ່ນ ກະທົບຫົວ, ແຜຈີກຢູ່ຄໍ, ແຜຈີກຢູ່ມື ແລະ ແຜຈາມແຂນຂາ. ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນເເລ້ວນຳສົ່ງຜູ້ບາດເຈັບໄປໂຮງໝໍມິດຕະພາບ.



ສະພາບລົດກະບະແມ່ນຖືກຕໍາທີ່ປະຕູດ້ານຊ້າຍ ຄົນຂັບ ຈົນບຸ້ມເຂົ້າ ແລະ ແກ້ວແວ່ນລົດແຕກ. ສ່ວນລົດຈັກກໍ່ໄດ້ຮັບຄວາມເສຍຫາຍ. ເຈົ້າໜ້າທີ່ຈະດຳເນີນການໄປຕາມຂັ້ນຕອນຕໍ່ໄປ ໃນການກວດສອບ ສາເຫດຂອງອຸບັດຕິເຫດ ຄັ້ງນີ້.

ເຕືອນໄພທຸກຄົນຕ້ອງລະມັດລະວັງໃນການຂັບຂີ່.

ລາຍງານໂດຍ: 1628






_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້


ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ



Post Bottom Ad