ລົດເກງຕໍາກັບຈໍາໂບ້ ກ່ອນຊິແຈ້ງ! ທີ່ເຂດບ້ານທົ່ງຂັນຄໍາ ເຈັບ 1 ຄົນ (25/5/19) - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລົດເກງຕໍາກັບຈໍາໂບ້ ກ່ອນຊິແຈ້ງ! ທີ່ເຂດບ້ານທົ່ງຂັນຄໍາ ເຈັບ 1 ຄົນ (25/5/19)



ນະຄອນຫຼວງວຽງຈັນ: ອຸບັດຕິເຫດ ໃນຍາມຄໍ່າຄືນ ແມ່ນເກີດຂຶ້ນຫຼາຍໃນແຕ່ລະວັນ, ຈາກການລາຍງານຂອງ ກູ້ໄພມູນນິທິຈີນ 1628 ໃຫຮູ້ວ່າ ໃນວັນເສົາ ວັນທີ 25 ພຶດສະພາ 2019 ເວລາ 3:40 ນາທີ ໄດ້ຮັບແຈ້ງເຂົ້າເບີສຸກເສີນ 1628 ວ່າມີລົດໃຫຍ່ຕຳກັບລົດຈຳໂບ້ ເຂດບ້ານທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫຼວວຽງຈັນ.


ໜ່ວຍກູ້ໄພມູນນິທິຈີນໄດ້ອອກກວດສອບເຫດພົບເຫັນເປັນປະເພດລົດເກງຕໍາກັບລົດຈຳໂບ້ ມີຜູ້ບາດເຈັບ 1 ຄົນເປັນເພດຊາຍ ອາການເບື້ອງຕົ້ນແມ່ນ ກະທົບທ້ອງ, ແຫນ້ນຫນ້າເອີກ, ຄີວຈີກ ແລະ ແຜຕາມແຂນຂາ. ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນເເລ້ວນຳສົ່ງຜູ້ບາດເຈັບໄປໂຮງໝໍມິດຕະພາບ


ສະພາບລົດ ເກງ ແມ່ນໄດ້ຮັບຄວາມເສຍຫາຍ ດ້ານຂ້າງເບື້ອງຊ້າຍບໍລິເວນປະຕູຜູ່ໂດຍສາຍ ທີ່ຖືກແຮງກະທົບ ຈົນຝາປະຕູບຸ້ມເຂົ້າ, ສ່ວນລົດຈໍາໂບ້ແມ່ນປີ້ນລ່າງງ່າງ. ທາງເຈົ້າໜ້າທີ່ຈະກວດສອບຕໍ່ໄປວ່າ ໃຜເປັນຄົນຜິດຖືກ ໃນອຸບັດຕິເຫດ ຄັ້ງນີ້.

ລາຍງານໂດຍ: 1628




_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້




ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ



Post Bottom Ad