ລັດຖະບານຕູລະກີ ແລະ UNDP ມອບເຮືອລຸຍນໍ້າລຸຍບົກ 2 ລໍາ ໃຫ້ລັດຖະບານລາວ ໃຊ້ໃນວຽກງານ ກູ້ໄພ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລັດຖະບານຕູລະກີ ແລະ UNDP ມອບເຮືອລຸຍນໍ້າລຸຍບົກ 2 ລໍາ ໃຫ້ລັດຖະບານລາວ ໃຊ້ໃນວຽກງານ ກູ້ໄພ


ລາຍງານຈາກ ອົງການ UNDP ປະຈໍາ ສປປລາວ ໃຫ້ຮູ້ວ່າ ໄດ້ມີການມອບ ອຸປະກອນກູ້ໄພ ຈາກລັດຖະບານ ຕູລະກີ ເພື່ອນໍາໃຊ້ໃນການຄົ້ນຫາຜູ່ປະສົບໄພ. ຈາກບົດຮຽນນໍ້າຖ້ວມປີກາຍນີ້ໄດ້ຢໍ້າເຕືອນພວກເຮົາຢ່າງເຈັບປວດວ່າ ການກຽມພ້ອມຮັບມືກັບໄພພິບັດນັ້ນ ມີຄວາມສຳຄັນແນວໃດ.ເພື່ອແນໃສ່ຮັບປະກັນວ່າ ສູນປະຕິບັດງານການສຸກເສີນ ເຊິ່ງຕັ້ງຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີອຸປະກອນ ແລະ ຄວາມຮູ້ທີ່ຈຳເປັນສຳລັບການດຳເນີນພາລະກິດຄົ້ນຫາ ແລະ ກູ້ໄພ ໄດ້ທັງທາງບົກ ແລະ ທາງນໍ້າ,




ລັດຖະບານແຫ່ງ ປະເທດຕູລະກີ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ ໄດ້ສະໜອງການຊ່ວຍເຫຼືອ ໂດຍມອບເຮືອໂຮເວີຄຣາຟ 2 ລໍາ ເຊິ່ງເປັນເຮືອທີ່ແລ່ນໄດ້ທັງທາງບົກ ແລະ ທາງນໍ້າ ໃຫ້ແກ່ທາງກະຊວງດັ່ງກ່າວ. ສອງສາມມື້ທີ່ຜ່ານ, ກົມຊ່າງແສງ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ແລະ ພະນັກງານ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮັບການຝຶກອົບຮົມກ່ຽວກັບການນໍາໃຊ້ເຮືອດັ່ງກ່າວ. ໃນກໍລະນີເກີດມີໄພພິບັດ, ສູນປະຕິບັດງານສຸກເສີນ ຈະປະສານງານທີມງານທີ່ໄດ້ຮັບການຝຶກອົບຮົມເຫຼົ່ານີ້.






Last year’s floods reminded us painfully how important disaster preparedness is. In order to ensure that the Emergency Operations Center, located in the Ministry of Labour and Social Welfare has the equipment and knowledge it needs to conduct search and rescue missions both on land and in the water,



The Government of Turkey & United Nations Development Programme - UNDP provided support for two hovercrafts which were handed over to the Ministry. These past days, the Revolutionary Base unit from the Lao People’s Army and staff of the Ministry of Labour and Social Welfare received training in operating the hovercrafts. In case of a disaster, these men deploy as coordinated by the Emergency Operations Center.





Sourced: UNDP Laos


_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້



ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ




Post Bottom Ad