ເທັກນິກການລ້າງເຄື່ອງສຳອ່າງໃຫ້ຫນ້າໃສສະອາດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເທັກນິກການລ້າງເຄື່ອງສຳອ່າງໃຫ້ຫນ້າໃສສະອາດ


ເທັກນີກການລ້າງເຄື່ອງສຳອ່າງໃຫ້ສະອາດດີ
-ຖ້າທ່ານເປັນຄົນໜື່ງທີມັກແຕ່ງໜ້າທຸກມື້ເປັນປະຈຳການລ້າງເຄື່ອງສຳອ່າງກໍ່ຍ່ອມເປັນສີ່ງທີຄວບຄູ່ມາກັບການແຕ່ງໜ້າດວ້ຍເພາະຫາກເຮົາລ້າງໜ້າບໍ່ສະອາດສີ່ງເປີ້ເປື່ອນກໍ່ຈະສະສົມຈົນກໍ່ໃຫ້ເກີດສິວຕາມມາດັ່ງນັ້ນຈື່ງມີຂັ້ນຕອນຂອງການລ້າງໜ້າໃຫ້ສະອາດຫຼາຍຂື້ນ
-ມັດຜົມກ່ອນລ້າງໜ້າເພາະປະໂຫຍດຂັ້ນທຳອີດຈະເຮັດໃຫ້ທ່ານໄດ້ຮັບຈະຊ່ວຍໃຫ້ທ່ານລ້າງໜ້າໄດ່ງ່າຍຂື້ນປອ່ຍຜົມບໍເກະກະທ່ານຈະໄດ້ລ້າງທຳຄວາມສະອາດຜິວໜ້າໄດ້ຢ່າງໝົດຈົດທຸກຊອກທຸກມູມ
-ຢ່າໃຊ້ແຕ່ແຜ່ນເຊັດເຮັດຄວາມສະອາດພຽງຢ່າງດຽວການໃຊ້ແຜ່ນເຮັດຄວາມສະອາດຊ່ວຍໃຫ້ຄວາມສະອາດຊ່ວຍໃຫ້ທ່ານຮູ້ສຶກສະດວກສະບາຍໃນການລ້າງເຄື່ອງສຳອ່າງໄດ້ຫຼາຍຂື້ນແຕ່ການໃຊ້ແຜ່ນເຊັດເັດຄວາມສະອາດໃບໜ້າບໍ່ສາມາດກຳຈັດເອົາເຄື່ອງສຳອ່າງອອກໄດ້ຢ່າງໝົດທ່ານຍັງຈຳເປັນຕ້ອງໃຊ້ຄຮີນເລີມານວດວົນໆໃຫ້ທົ່ວໃບໜ້າຈາກນັ້ນຈື່ງລ້າງໜ້າອີກຄັ້ງກໍ່ຈະເຮັດໃຫ້ທ່ານສາມາດລ້າງເອົາເຄື່ອງສຳອາງອອກໄດ້ຢ່າງສະອາດໝົດຫຼາຍຂື້ນກວ່າເກົ່າ
-ວີທີການໃຊ້ໂຕຮຫຼຽມເຈວເປັນຕົວຊ່ວຍທີມີປະໂຫຍດຫຼາກຫຼາຍສາມາດນຳມາເຊັດລ້າງເອົາເຄື່ອງສຳອ່າງອອກໄດ້ຢ່າງສະອາດໝົດໂດຍສະເພາະສາວໆຄົນໃດທີມັກໃຊ້ເຄືອງສຳອ່າງກັນນ້ຳການລ້າງທຳມະດາອາດຈະເຮັດໃຫ້ທ່ານລ້າງເຄື່ອງສຳອ່າງອອກບໍ່ໝົດແຕ່ຖ້າໃຊ້ໂຕລຫຼຽມເຈວແລ້ວທ່ານຈະສາມາດເຊັດລ້າງເຄືອງສຳອ່າງໄດ້ທັງຕາແລະປາກເລີຍ
-ລ້າງໜ້າສອງຮອບເພາະການລ້າງໜ້າທີດີຄວນລ້າງ 2 ຮອບໂດຍຮອບທຳອິດເປັນການເຊັດລ້າງເອົາເຄື່ອງສຳອ່າງອອກໃຫ້ໝົດຈາກນັ້ນຈື່ງຕໍ່ດວ້ຍການລ້າງໜ້າເຮັດຄວາມສະອາດອີກຮອບດວ້ຍໂຟມລ້າງໜ້າຫຼືນ້ຳລ້າເພື່ອເປັນການສຳລະເອົາຄາບເປີ້ເປືອນແລະເຄື່ອງສຳອ່າງທີເຮົາໄດ້ເຊັດອອກມາແລ້ວຍັງຕິດບໍລິເວນໃບໜ້າຂອງເຮົາຢູ່ອອກໄປແຕ່ສີ່ງໜື່ງທີທ່ານຄວນຮູ້ເອົາໄວ້ກໍ່ຄືບໍ່ຄວນລ້າງໜ້າເກີນ 2 ຄັ້ງເພາະຍີ່ງລ້າງຫຼາຍເທົ່າໃດໂອກາດທີທ່ານຈະເກີດໜ້າແຫ້ງກໍ່ຈະຫຼາຍຂື້ນ
-ເຊັດໜ້າຮອບສຸດທ້າຍດວ້ຍສຳລີໃຫ້ກວດເບີ່ງວ່າເຮົາລ້າງເຄື່ອງສຳອ່າງອອກໄປໝົດແລ້ວຫຼືບໍ່ໂດຍການໃຊ້ສຳລີສະອາດເຊັດເບົາໆໄປທີໃບໜ້າອີກຮອບຢ່າງໃດກໍ່ຕາມຕ້ອງລະວັງການໃຊ້ສຳລີຈັກນິດຕ້ອງເປັນສຳລີທີສະອາດແລ້ວເທົ່ານັ້ນແລະທີສຳຄັນຕ້ອງເຊັດຢ່າງເບົາມືບໍ່ຊັ້ນທ່ານອາດມີລີ້ວຮອຍຕ່າງໆທີທ່ານບໍ່ຕ້ອງການໃຫ້ເກີດຂື້ນຕາມມາໄດ້ພາຍຫຼັງ
ຂໍຂອບໃຈທີອ່ານ
ຫວັງຢ່າງຢີ່ງຄວາມຮູ້ນີ້ຈະເປັນປະໂຫຍດໃຫ້ແກ່ທ່ານ ແລະ ຄົນທີທ່ານຮັກ
ເພື່ອແມ່ຍີງ ແລະ ເດັກ


________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad