ເຈົ້າໜ້າທີ່ລາວຍຶດໝີແພນດາແດງໄດ້ 6 ໂຕ! ເສຍດາຍຕາຍໄປແລ້ວ 3 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເຈົ້າໜ້າທີ່ລາວຍຶດໝີແພນດາແດງໄດ້ 6 ໂຕ! ເສຍດາຍຕາຍໄປແລ້ວ 3



ຫຼວງພະບາງ: ລາຍງານຈາກ ທີມງານ Free the Bear Fund ໃຫ້ຮູ້ວ່າ ໃນວັນທີ 14 ມັງກອນ 2018 ຜ່ານມາ ທາງທີມງານໄດ້ເຂົ້າຊ່ວຍເຫຼືອ ໝີແພນດາແດງ ຈໍານວນ 6 ໂຕ ທີ່ເຈົ້າໜ້າທີ່ ກວດພົບ ແລະ ຍຶດໄດ້ຈາກ ຂະບວນຄ້າຂາຍສັດປ່າ ແລະ ສັດຫວງຫ້າມ ທີ່ເຄື່ອນຍ້າຍມາຈາກຈີນ.




ນີ້ເປັນຄັ້ງທຳອິດ ຂອງການຊ່ວຍເຫຼືອ ສັດໃກ້ສູນພັນຊະນິດນີ້ ຢູ່ ສູນ Free the Bear ທີ່ຫຼວງພະບາງ. ເນື່ອງຈາກ ສະພາບຂອງໝີ ທັງ 6 ແມ່ນອ່ອນແອ, 3 ໂຕແມ່ນໄດ້ຕາຍໃນເວລາຕໍ່ມາ. ສ່ວນອີກ 3 ໂຕທີຍັງເຫຼືອ ແມ່ນຕ້ອງໄດ້ຢູ່ໃນການເບິ່ງແຍງເປັນພິເສດ ເພາະອາການ ຍັງບໍ່ແຂງແຮງ ເທົ່າທີ່ຄວນ.



ການປົກປ້ອງສັດປ່າ ທີ່ໃກ້ສູນພັນ ແມ່ນໜ້າທີ່ຂອງທຸກຄົນ,​ ໂດຍສະເພາະໝີ ທຸກຊະນິດ ທີ່ເປັນທີ່ຕ້ອງການຂອງຕະຫຼາດ ທີ່ເຊື່ອໃນເລື່ອງ ການນຳເອົາໄປເຮັດຢາພື້ນເມືອງ ເຊິ່ງມັນບໍ່ເປັນຄວາມຈິງ. ຊິນສ່ວນຂອງໝີ ບໍ່ແມ່ນຢາ ຈິງຮຽກຮ້ອງໃຫ້ທຸກຄົນ ຊ່ວຍກັນປົກປ້ອງໝີ.



ສຳລັບທ່ານໃດ ຕ້ອງການຊ່ວຍເຫຼືອ ວຽກງານການປົກປ້ອງໝີ ກັບທີມງານ  Free the bear ສາມາດຮ່ວມບໍລິຈາກ ໂດຍພົວພັນໄປຫາທາງທີມງານ ຕາມເພຈ ຂ້າງລຸ່ມ.






ຄລິບການຊ່ວຍເຫຼືອ

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ











Post Bottom Ad