ອັນຕະລາຍຈາກການອຸ້ມສັ່ນເດັກອ່ອນ“Shaken
baby syndrome”
ການສັ່ນເດັກອ່ອນ
ຮູ້ບໍ່ວ່າພໍ່ແມ່ ຫຼື
ຄົນຮອບຂ້າງທີ່ລ້ຽງດູລູກ ກໍ່ສາມາດທີ່ຈະເຮັດອັນຕະລາຍເຖິ່ງຊີວິດໃຫ້ແກ່ລູກນ້ອຍໄດ້
ດ້ວຍຄວາມຮູ້ເທົ່າບໍ່ເຖິ່ງການຈາກການອຸ້ມແລ້ວສັ່ນ
ຊຶ່ງການສັ່ນເດັກອ່ອນອາດເກີດອັນຕະລາຍກັບຕົວເດັກ ທີ່ເອີ້ນວ່າ: Shaken Baby Syndrome_(SBS)
ສັ່ນເດັກອ່ອນ ເລື່ອງງ່າຍໆທີ່ພໍ່ແມ່ເບິ່ງຂ້າມ!!
ລູກປຽບຄືແກ້ວຕາດວງໃຈຂອງພໍ່ແມ່
ຈຶ່ງບໍ່ແມ່ນເລື່ອງແປກທີ່ພໍ່ແມ່ທຸກຄົນຈະເບິ່ງແຍ່ງດູແລເດັກເກີດໃຫ່ມຊະນິດທີ່ວ່າຍຸ່ງບໍ່ໃຫ້ກັດ
ມັດບໍ່ໃຫ້ຕອມກັນເລີຍ ແຕ່ຮູ້ບໍ່ວາລູກອາດໄດ້ຮັບບາດເຈັບ ຫຼື ເສີຍຊີວິດດ້ວຍມືຂອງພໍ່ແມ່
ແລະ ຄົນອ້ອມຂ້າງພາຍໃນຄອບຄົວໄດ້ຄືກັນ ທ່ານຕ້ອງຮູ້ວິທີເບິ່ງເດັກອ່ອນແບບຖືກຕ້ອງໂດຍປົກກະຕິແລ້ວລູກນ້ອຍຂອງທ່ານທີ່ຍັງອ່ອນຢູ່
ມັກຈະຮ້ອງໄຫ້ທຸກຄັ້ງເມື່ອເຂົາຕື່ນນອນ, ຮ້ອງໄຫ້ເມື່ອຫິວ,
ຮ້ອງໄຫ້ເມື່ອຮູ້ສຶກບໍ່ະບາຍ, ຊຶ່ງຖ້າຫາກພໍ່ແມ່ທີ່ບໍ່ມີປະສົບການໃນການລ້ຽງລູກມາກ່ອນອາດຈະບໍ່ຮູ້ວ່າການຮ້ອງໄຫ້ຕ້ອງການຊື່ສານ
ຫຼື ຕ້ອງການຫຍັງ ດ້ວຍຄວາມຮັກຂອງພໍ່ແມ່ຈຶ່ງອຸ້ມລູກຂື້ນມາປອບໄຍນ ແລະ
ບາງເທືອກໍ່ອຸ້ມລູກສັ່ນເບົາໆເພື່ອໃຫ້ລູກເຊົາ ແຕ່ການອຸ້ມສັ່ນເດັກອ່ອນ ນີ້ແລະ ທີ່ສາມາດສົ່ງຜົນກະທົບຕໍ່ສະໝອງຂອງລູກໃຫ້ເກີດຄວາມເສຍຫາຍໄດ້ ລວມທັງໃນບາງອາລົມທີ່ພໍ່ແມ່ຮູ້ສຶກເມື່ອຍ
ແລະ ຫງຸດຫງິດໂມໂຫກັບສຽງຮ້ອງໄຫ້ຂອງລູກ
ກໍ່ອາດຈະເອົາລູກຂື້ນມາສັ່ນແຮງຈົນຫົວຂອງລູກໂຢກໄປມາ
ຊຶ່ງສາມາດສົ່ງຜົນກະທົບຕໍ່ສະໝອງຂອງລູກໄດ້ຄືກັນ
ສາເຫດທີ່ລູກຮ້ອງໄຫ້
ການທີ່ເດັກນ້ອຍເກີດໃໝ່ ຂັດ ແລະ ຮ້ອງໄຫ້
ເປັນພຶດຕິກໍາໜຶ່ງທີ່ພໍ່ແມ່ມືໃໝ່ຕ້ອງປະເຊີນຢ່າງຫຼັກໆຊຶ່ງຕາມປົກກະຕິເດັກນ້ອຍຈະໃຫ້
ມື້ລະ 2-3 ຊົ່ວໂມງຕໍ່ມື້ ແລະ ເດັກນ້ອຍບາງຄົນຈະເພິ່ມຂື້ນປະມານ 20-30% ບາງຄັ້ງລູກຮ້ອງໄຫ້ ພໍ່ແມ່ຈະໃຊ້ວິທີ່ໂຢກເບົາໆ
ຫຼື ຮ້ອງເຟັງໃຫ້ລູກຟັງແລ້ວກໍ່ອຸ້ມຍ່າງມາຍ່າງໄປ ແຕ່ກໍ່ບໍ່ສາມາດເຮັດໃຫ້ລູກເຊົາໃຫ້ໄດ້
ມາເບີ່ງກັນດີກວ່າວ່າສາເຫດໃດແດ່ທີ່ພາໃຫ້ລູກນ້ອຍໄຫ້ບໍ່ເຊົາຈັກເທື່ອ
ສາເຫດທີ່ເຮັດໃຫ້ເດັກອ່ອນໄຫ້
(ມື້ເກີດ-2 ປີ)
- ໄຫ້ເພາະຫິວນົມ
- ໄຫ້ເພາະຜ້າອ້ອມປຽກ
ແລະຕ້ອງການປ່ຽນ
- ໄຫ້ເມືືອຮູ້ສຶກຮ້ອນ ຫຼື ໜາວ
- ໄຫ້ເພາະຢາກໃຫ້ອຸ້ມ
- ໄຫ້ເພາະເມື່ອຍ
-
ໄຫ້ເພາະຮູ້ສຶກບບໍ່ສະບາຍ
- ໄຫ້ເພາະຕ້ອງການການການຫໍ່ຫຸ້ມ
ແລະ ອຸ້ມໄວ້
ສິ່ງທີ່ພໍ່ແມ່ຄວນເຮັດເມື່ອລູກນ້ອຍຮ້ອງໄຫ້
1. ກອດລູກໄວ້ແນບເອີກ
2. ການນວດຕາມສ່ວນຕ່າງໆຂອງລູກນ້ອຍເພື່ອໃຫ້ເຂົາຜ່ອນຄາຍ
3. ໃຫ້ຟັງເພງເພື່ອໃຫ້ຮູ້ສຶກດີ
4.
ການເຄື່ອນໄຫວເພື່ອຄວາມເພີດເພີນຂອງເດັກ
5.
ລູບທ້ອງຢ່າງເບົາໆ
6. ການໃຫ້ນົມລູກ
ສຸດທ້າຍນີ້ຂໍໃຫ້ຢ່າລືມໃສ່ໃຈຕົວເອງແດ່!
ສິ່ງສໍາຄັນ
ທີ່ພໍ່ແມ່ມືໃໝ່ຕ້ອງຍອມຮັບວ່າເປັນສິ່ງທີ່ເມື່ອຍ ແລະ ວິຕົກກັງວົນ ຊຶ່ງບໍ່ແມ່ນການເຈັບປ່ວຍຂອງລູກແຕ່ເດັກປົກກະຕິດີຖ້າພໍ່ແມ່ອົດທົນຮອດ
3 ເດືອນ ເດັກທີ່ຮ້ອງໄຫ້ຫຼາຍໆນັ້ນແມ່ບໍ່ຄວນໄປວຸ່ນວາຍກັບເຂົາຫຼາຍ ທ່ານຄວນຫາເວລາໃຫ້ກັບຕົວເອງຫາວຽກເລັກໆນ້ອຍໆເຮັດເຊັ່ນ:
- ອອກໄປຍ່າງຫຼີ້ນເວົ້າລົມກັບເພື່ອນບ້ານ ຫຼື ພີ່ນ້ອງໃກ້ໆແດ່
- ປ່ຽນກັນເບິ່ງລູກລະຫວ່າງພໍ່ກັບແມ່
- ທໍາໃຈໃຫ້ສະບາຍ ປົດປ່ອຍອາລົມທີ່ຕ້ອງທົນກັບການຟັງສຽງລູກຮ້ອງໄຫ້
ສຸຂະພາບຈິດຈະໄດ້ດີຂື້ນ
ຂອບໃຈທີ່ມາ: www.amarinbabyandkids.com
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ