ລົດຈັກເສຍຫຼັກລົ້ມເອງ ເຈັບ 1 ຄົນ ທີ່ເຂດບ້ານໂຊກຄຳ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລົດຈັກເສຍຫຼັກລົ້ມເອງ ເຈັບ 1 ຄົນ ທີ່ເຂດບ້ານໂຊກຄຳ


ລາຍງານຈາກ ກູ້ໄພ ນາຄາ ແຈ້ງໃຫ້ຮູ້ວ່າ ໃນວັນທີ 13/1/2018 ເວລາ 00:30ໜ່ວຍກູ້ໄພມູນນິທິ ນາຄາ ໄດ້ຮັບແຈ້ງເຫດວ່າ: ມີລົດຈັກລົ້ມເອງ ຈຸດເກີດເຫດແມ່ນຢູ່ ບ້ານໂຊກຄຳ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ພໍມູນນິທິ ກູ້ໄພນາຄາ ອອກໄປເຖິງຈຸດເກີດເຫດພົບເຫັນຄົນເຈັບ 1 ຄົນ ເປັນເພດຍິງ ອາຍຸ 23 ປີ ປັດຈຸບັນຢູ່ບ້ານ ຂາມງອຍ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ ອາການເບື້ອງຕົ້ນແມ່ນ ກະທົບບ່າໄຫຼ່ ແລະ ແຂນຂວາ



ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິ ນາຄາ ຈຶ່ງປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງ ໂຮງໝໍມິດຕະພາບ 150 ຕຽງ.

ຮຽກຮ້ອງໃຫ້ທຸກຄົນ ມີສະຕິລະວັງຕົວ ປ້ອງກັນອຸບັດຕິເຫດ

ພາບແລະຂ່າວລາຍງານຈາກ: ໜ່ວຍກູ້ໄພນາຄາ




________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ










Post Bottom Ad