ໂອກໍາມະການລາວ ຖືກເຊີນໄປຮ່ວມຕັດສິນ ທີ່ປະເທດມານດິບ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ໂອກໍາມະການລາວ ຖືກເຊີນໄປຮ່ວມຕັດສິນ ທີ່ປະເທດມານດິບ


   ສະຫະພັນບານເຕະປະເທດມານດິບ ໄດ້ເຊີນກໍາມະການລາວ ລະດັບຟີຟາ ເຂົ້າຮ່ວມຕັດສິນໃນລາຍການ OOREDOO DHIVEHI LEAGUE 2017 MALDIVES ນັບຕັ້ງແຕ່ວັນທີ 4 ພະຈິກ ທີ່ຜ່ານມາ.

   ໂດຍສະຫະພັນບານເຕະແຫ່ງຊາດລາວ ໄດ້ສົ່ງກໍາມະການຕັດສິນ 6 ທ່ານດັ່ງນີ້:
1.ທ່ານ ໄຊປະເສີດ ພົງສະໜິດ
2.ທ່ານ ສວຍ ວົງຄໍາ
3.ທ່ານ ຄໍາສິງ ໄຊຍະວົງສີ
4.ທ່ານ ສົມພາວັນ ຫຼວງລາດ
5.ທ່ານ ກິຫຼ້າ ລາດຊະວົງ
6.ທ່ານ ພອນສຸກສິນ ເຕໄຊ

   ສໍາລັບທັງ 6 ທ່ານ ໄດ້ລົງຕັດສິນໃນລາຍການນັບຕັ້ງແຕ່ວັນທີ 4 ພະຈິກ ໄປຈົນເຖິງ 16 ທັນວານີ້ ຈິ່ງກັບປະເທດ.

ນັບຈາກຊ້າຍຫາຂວາ: ພອນສຸກສິນ, ຄໍາສິງ, ສົມພາວັນ, ກິຫຼ້າ, ສວຍ ແລະ ໄຊປະເສີດ.
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ




Post Bottom Ad